ປະທານປະເທດ ອວຍພອນປີໃໝ່ລາວ ພສ 2568

ມ.ສ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 10 ເມສາ 2025, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ອ່ານສານອວຍພອນປີໃໝ່ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568 ເຊິ່ງມີເນື້ອໃນວ່າ:
ໃນໂອກາດສົ່ງທ້າຍປີເກົ່າ ປີມະໂລງ ພສ 2567 ແລະ ຕ້ອນຮັບປີໃໝ່ ປີມະເສັງ ພສ 2568 ທີ່ກຳລັງໝູນວຽນມາເຖິງນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດ ມາຍັງພໍ່ແມ່ພີ່ນ້ອງຊາວລາວທີ່ເຄົາລົບຮັກທຸກທົ່ວໜ້າໃນທົ່ວປະເທດ ລວມທັງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດ ກໍຄືເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ປະຕິບັດວຽກງານຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆທ່ານ ມານະໂອກາດນີ້ດ້ວຍ.
ຕະຫຼອດປີຜ່ານມານັ້ນ ເປັນອີກປີໜຶ່ງທີ່ປະຊາຊົນລາວທັງຊາດພວກເຮົາ ໄດ້ທຸ່ມເທແຮງກາຍ, ແຮງໃຈ ແລະ ສະຕິປັນຍາ, ສາມັກຄີເປັນຈິດໜຶ່ງໃຈດຽວຮ່ວມກັບພັກ, ລັດທຸກໆຂັ້ນ ພ້ອມກັນບຸກບືນປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ໄດ້ຮັບຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ, ຜ່ານຜ່າໄດ້ອຸປະສັກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍນານາປະການ; ປະເທດເຮົາສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ອິດທິພົນບົດບາດຂອງ ສປປລາວ ຕໍ່ສາກົນ ສືບຕໍ່ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ ລວມທັງພີ່ນ້ອງຊາວລາວຢູ່ຕ່າງປະເທດທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນເຂົ້າໃນບັນດາຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ; ພ້ອມກັນນັ້ນ, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ.
ປີໃໝ່ນີ້ ເປັນອີກປີໜຶ່ງ ທີ່ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມສັບສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດ ແລະ ປະຊາຊົນເຮົາ ຢ່າງຫຼີກລ່ຽງບໍ່ໄດ້ກໍຕາມ, ແຕ່ພວກເຮົາກໍຍັງເຫັນວ່າ ເປັນປີໜຶ່ງທີ່ພວກເຮົາຖືວ່າເປັນປີທີ່ມີກາລະໂອກາດ, ເຕັມໄປດ້ວຍຄວາມຫວັງແຫ່ງການນໍາພາປະເທດຊາດ ກ້າວໄປສູ່ອະນາຄົດທີ່ສົດໃສ, ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ເປັນປີແຫ່ງການສະເຫຼີມສະຫຼອງບັນດາເຫດການປະຫວັດສາດສໍາຄັນຂອງພັກຂອງຊາດເຮົາ, ເປັນປີທີ່ພວກເຮົາຈະໄດ້ພ້ອມກັນອອກແຮງສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງ; ພ້ອມກັນນັ້ນ, ເປັນປີທີ່ພວກເຮົາສືບຕໍ່ປະຕິບັດແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ປະຕິບັດຫຼາຍກົນໄກ, ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດ, ສືບຕໍ່ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍສົມທົບທ່າແຮງບົ່ມຊ້ອນພາຍໃນ ກັບກໍາລັງແຮງຂອງຍຸກສະໄໝ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາຢ່າງແຂງແຮງ ຕາມທິດສີຂຽວ ແລະ ຍືນຍົງ ໃນຊຸມປີຕໍ່ໆໄປ.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຢູ່ ສປປລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫຼອງປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບປອດໄພທຸກປະການເທີ້ນ.