(ສພຂ) – ວັນທີ 22-24 ກັນຍາຜ່ານມາ, ທ່ານ ຄໍາແພງ ວິລະພັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ (ສພຊ), ປະທານກໍາມາທິການກົດໝາຍ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ເທດສະບານເມືອງຊ່ອນ ແລະ ບ້ານວຽງທອງ ເມືອງຮ້ຽມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 217 ຄົນ ຍິງ 99 ຄົນ; ຈຸດປະສົງແມ່ນເພື່ອນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ເຜີຍແຜ່ໃຫ້ຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງຈະແຈ້ງຕໍ່ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ບັນດາເນື້ອໃນສຳຄັນຕ່າງໆ ທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ. ໂອກາດນີ້, ຍັງໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ບ້ານໂດຍຫຍໍ້ອີກດ້ວຍ.
ທ່ານ ຄໍາແພງ ວິລະພັນ ໄດ້ເນັ້ນໜັກໃຫ້ການນໍາເມືອງ, ບ້ານ ສົ່ງເສີມພໍ່ແມ່ປະຊາຊົນໃນການສ້າງສີມືແຮງງານທີ່ມີຢູ່ແລ້ວ ໃຫ້ດີຂຶ້ນກວ່າເກົ່າ ແລະ ຊຸກຍູ້ສ້າງເສດຖະກິດຄອບຄົວດ້ວຍການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ພ້ອມທັງເປັນເຈົ້າການສຶກສາອົບຮົມລູກຫຼານບໍ່ໃຫ້ຫຍຸ້ງກ່ຽວກັບບັນຫາຢາເສບຕິດ ແລະ ສິ່ງຫຍໍ້ທໍ້ຕ່າງໆ, ປະກອບສ່ວນສ້າງບ້ານ ໃຫ້ກາຍເປັນບ້ານພັດທະນາ, ບ້ານປອດຄະດີ, ບ້ານປອດຢາເສບຕິດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີປະສິດພາບ ແລະ ປະສິດທິຜົນ.
ຕອນທ້າຍ ຍັງເປີດໂອກາດໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນ ທີ່ມີຄວາມສົນໃຈຕໍ່ເນື້ອໃນກອງປະຊຸມ ແລະ ມີຄຳເຫັນ, ຄຳສະເໜີ ເປັນຕົ້ນແມ່ນບັນຫາທີ່ມີຄວາມຫຍຸ້ງຍາກ, ຊັກຊ້າ ເຊັ່ນ: ການກໍ່ສ້າງສ້ອມແປງເສັ້ນທາງທີ່ເປ່ເພ, ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ບັນຫາອື່ນໆ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເພື່ອເປັນຂໍ້ມູນໃຫ້ຜູ້ແທນສະເໜີຕໍ່ລັດຖະບານ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ຈະໄຂຂຶ້ນໃນເດືອນພະຈິກນີ້.
ປະທານກໍາມາທິການກົດໝາຍ ພົບປະຜູ້ມີສິດເລືອກຕັ້ງຢູ່ 2 ເມືອງແຂວງຫົວພັນ
