loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານກຳມາທິການການຕ່າງປະເທດ ພົບປະເຮັດວຽກກັບ ຜູ້ອໍານວຍການບໍລິຫານພາກພື້ນລຸ່ມແມ່ນໍ້າຂອງ

​ພ.ຈ. 15, 2022 | SlideMobile, ຂ່າວກອງປະຊຸມ

(ສພຊ) ໃນວັນທີ 3 ພະຈິກ 2022 ທີ່ສະພາແຫ່ງຊາດ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ ນາງ Maria E. Goravanchi ຜູ້ອຳນວຍການບໍລິຫານພາກພື້ນລຸ່ມແມ່ນ້ຳຂອງ, ອົງການຮ່ວມມືດ້ານການພັດທະນາການເງິນສາກົນ ແຫ່ງ ສ. ອາເມລິກາ (U.S. International Development Finance Corporation ຫຼື DFC) ພ້ອມດ້ວຍຄະນະຜູ້ແທນ ຈາກບໍລິສັດ ພະລັງງານທົດແທນ ຂອງ ສສ.ຫວຽດນາມ UPC ແລະ ສະຖານເອກອັກຄະລັດຖະທູດອາເມລິກາ.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ບົນພື້ນຖານການເປັນຄູ່ຮ່ວມມື ແບບກວມລວມ ລະຫວ່າງ ສປປລາວ ແລະ ສ.ອາເມລິກາ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ, ພ້ອມທັງແລກປ່ຽນຄໍາຄິດຄຳເຫັນນຳກັນກ່ຽວກັບສະພາບພົ້ນເດັ່ນ ຂອງ ສປປລາວ ກໍຄື ຂອງສະພາແຫ່ງຊາດ ແລະ ປຶກສາຫາລືກ່ຽວກັບແນວທາງການຮ່ວມມືສອງຝ່າຍ ໃນທ່າແຮງທີ່ບົ່ມຊ້ອນໃນການພັດທະນາຂອງ ສປປລາວ ເຊິ່ງອົງການດັ່ງກ່າວ ມີຄວາມສົນໃຈໃນການລົງທຶນ ເຂົ້າໃນໂຄງການການພັດທະນາພະລັງງານສະອາດ ເປັນຕົ້ນແມ່ນ ພະລັງງານລົມ, ພະລັງງານແສງອາທິດ ແລະ ພະລັງງານຄວາມຮ້ອນໃຕ້ພື້ນດິນ.
ໃນຕອນທ້າຍ, ທ່ານ ນາງ Maria E. Goravanchi ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງສະພາແຫ່ງຊາດລາວ ພ້ອມທັງຢືນຢັນ ຈະສືບຕໍ່ໃຫ້ການສະໜັບສະໜູນການຮ່ວມມື ລະຫວ່າງ ສ.ອາເມລິກາ ແລະ ສປປລາວ ໃນຕໍ່ໜ້າ.