

ທ່ານ ຄຳລຸຍ ຍາດຕິວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຈຳພອນ ໄດ້ລາຍງານສະພາບຈຸດ ພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວ່າ: ເມືອງຈຳພອນແມ່ນປະກອບມີ 100 ບ້ານ, 20,351 ຫລັງຄາເຮືອນ ແລະ ມີ 21,542 ຄອບຄົວ, ມີພົນລະເມືອງທັງຫມົດ 119,248 ຄົນ ຍິງ 60,346 ຄົນ, ເນື້ອທີ່ ທັງໝົດ 1.028,7 ກິໂລແມັດ ປະຊາຊົນສ່ວນຫລາຍແມ່ນເຜົ່າລາວ-ເຜົ່າຜູ້ໄທ ກວມ 80%, ເຜົ່າບຣູ-ກະຕາງ-ມັງກອງ 20%, ປະຊາຊົນສ່ວນໃຫຍ່ໄດ້ຍືດຖືອາຊີບເຮັດນາ, ປູກຝັງ-ລ້ຽງສັດເປັນຕົ້ນຕໍ ກວມ 85% ນອກນັ້ນແມ່ນການຄ້າຂາຍເປັນສຳຮອງ ແລະ ເປັນອາຊີບເສີມ; ສະພາບການເມືອງພາຍໃນເມືອງມີຄວາມສະຫງົບປອດໄພໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍດີ ຖັນແຖວກຳລັງ ປກຊ-ປກສ ໄດ້ເຄື່ອນໄຫວເຮັດໜ້າທີ່ຢ່າງເຂັ້ມແຂງ, ປະຊາຊົນປະກອບສ່ວນເຂົ້າໃນວຽກງານ. ທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມ ແລະ ພ້ອມໃຫ້ທິດຊີ້ນຳຕໍ່ອຳນາດ ການປົກຄອງເມືອງຈຳ ພອນ ເຊິ່ງທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮັບຮອງການພັດທະນາເສດຖະກິດ-ສັງຄົມ ແລະ ເສີມຂະຫຍາຍເສດຖະກິດຂະຫນາດນ້ອຍ, ຂະໜາດກາງ ພາຍໃນເມືອງ, ການປັບປຸງ-ສົ່ງເສີມສູນເຕັກນິກ ແລະ ກອງ ທຶນສາມັກຄີແນວລາວສ້າງຊາດ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ຫັດຖະກຳ ທີ່ເປັນທ່າແຮງຂອງເມືອງ, ຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງກຸ່ມຜະລິດໃຫ້ຫລາຍ ແລະ ກ້າວໄປເປັນສະຫະກອນແບບໃໝ່ທີ່ຕິດພັນກັບວຽກງານທ່ອງທ່ຽວທີ່ມີທ່າແຮງ ນອກ ຈາກນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ວຽກງານສຶກສາ, ວຽກງານສາທາລະນະສຸກໃຫ້ມີສະຕິລະວັງຕົວການແຜ່ລະບາດຂອງພະຍາດ ໂຄວິດ-19, ວຽກປ້ອງກັນຄວາມສະຫງົບບັນຫາຢາເສບຕິດ.

ຈາກນັ້ນ, ປະທານສະພາແຫ່ງຊາດພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມຊົມກິດຈະກຳຕາງໆ ເຂດພັດທະນາຈຸດສຸມຈຸດ ສຸມນາໄຮ່ໃຫ່ຍ ແລະ ຍັງໄດ້ນຳເອົາຢາປີ່ນປົວພະຍາດຈຳນວນໜຶ່ງມາມອບໃຫ້ໂຮງໝໍເມືອງຕື່ມອີກ.
