ໃນວັນທີ 21 ກັນຍາ 2023 ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານ ຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທິ 12 ແຂວງຄໍາມ່ວນ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກ ເມືອງມະຫາໄຊ ພ້ອມດ້ວຍ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງມະຫາໄຊ, ໄດ້ເຄື່ອນໄຫວພົບປະ ປະຊາຊົນ ແລະ ຈັດຕັ້ງຜັນຂະຫຍາຍໂຄສະນາເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຢູ່ ບ້ານນາກອກ ແລະ ບ້ານ ສົມສະໜຸກ ເມືອງມະຫາໄຊ , ໂດຍເປັນກຽດເຂົ້າຮ່ວມຕິດຕາມຄະນະ ໂດຍທ່ານ ແສງຈັນ ຊາມົນຕີຣ ຮອງເຈົ້າເມືອງມະຫາໄຊ ພ້ອມດ້ວຍບັນດາ ທ່ານຄະນະປະຈໍາພັກເມືອງ, ພະນັກງານ-ລັດຖະກອນ, ກຳລັງປກຊ-ປກສ, ອຳນາດການປົກຄອງຂັ້ນບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມທັງໝົດ 280 ເທື່ອຄົນ, ຍິງ 110 ເທື່ອຄົນ.
