(ສພຂ) – ເມື່ອວັນທີ 18 ກຸມພາຜ່ານມາ ທີ່ຫ້ອງວ່າການແຂວງບໍລິຄຳໄຊ, ທ່ານ ຄໍາແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ (ກກໝ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງໆບໍລິຄຳໄຊ ໃນໂອກາດທີ່ໄປເຄື່ອນໄຫວວຽກງານຢູ່ແຂວງດັ່ງກ່າວ.
ທ່ານ ຄໍາແພງ ວິລະພັນ ໄດ້ແຈ້ງຈຸດປະສົງການເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊໃນຄັ້ງນີ້ ແມ່ນເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ພ້ອມທັງນໍາເອົາກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ນິຕິກຳໃຕ້ກົດໝາຍ ເຜີຍແຜ່ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ດໍາເນີນການຕິດຕາມກວດກາ, ຊຸກຍູ້ການໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍຂອງອົງການປົກຄອງທ້ອງຖິ່ນ ແນໃສ່ສ້າງສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນສັງຄົມ ໃຫ້ນັບມື້ສູງຂຶ້ນ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ທ່ານ ສອນທະນູ ທຳມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ ຂອງປະທານກຳມາທິການກົດໝາຍ ແລະ ຄະນະ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບວຽກງານຈຸດສຸມຂອງແຂວງ ເປັນຕົ້ນການພັດທະນາເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ການຍົກລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍລວມແລ້ວເຫັນວ່າ ເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.
(ໂສລະຢ໋າ)