ປະຊາຊົນສະເໜີ ໃຫ້ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6

ກ.ຍ. 2, 2025

ໃນໂອກາດທີ່ ທ່ານ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ ບ້ານຈ່ານໃຕ້, ບ້ານຫ້ວຍຕ່ານ, ບ້ານຫ້ວຍໂປງ, ບ້ານນາໄຊຈະເລີນ ແລະ ບ້ານສະນົກມຸງຄຸນ ຂອງເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ມີປະຊາຊົນສ່ວນໃຫຍ່ ສະເໜີບັນຫາກ່ຽວກັບ ການຂະຫຍາຍຕາຂ່າຍສັນຍາອິນເຕີເນັດໃຫ້ຄວບຄຸມ ເນື່ອງຈາກບາງບ້ານດັ່ງກ່າວ ສັນຍານອິນເຕີເນັດຍັງບໍ່ທັນຮອດ ແລະ ສະພາບເສັ້ນທາງທີ່ເປເພ ເຮັດໃຫ້ການສັນຈອນໄປຫາບ່ອນທຳການຜະລິດ, ການຂົນສົ່ງສິນຄ້າ ແມ່ນພົບຄວາມຫຍຸ້ງຍາກຫຼາຍສົມຄວນ.

ໃນລະຫວ່າງວັນທີ 1315 ສິງຫາ 25 ຜ່ານມານີ້, ທ່ານ ວົງສະຫວັນ ເທບພະຈັນ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ລົງໂຄສະນາເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍມີ ອຳນາດການປົກຄອງແຕ່ລະບ້ານບ້ານ, ພະນັກງານບຳນນານ, ເຖົ້າແກ່ແນວໂຮມ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 376 ທາ່ນ, ຍິງ 178 ທ່ານ,

ເຊິ່ງການລົງເຄື່ອນໄຫວວຽກງານໃນແຕ່ລະຈຸດນັ້ນ ຍັງໄດ້ຮັບຟງການລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ເຊິ່ງເຫັນໄດ້ວ່າ ປະຊາຊົນສ່ວນໃຫຍ່ ປະກອບອາຊີບການປູກຝັງ-ລ້ຽງສັດ, ການບໍລິການຄ້າຂາຍເປັນສ່ວນໃຫຍ່ ແລະ ສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແມ່ນສາມາດປະຕິບັດໄດ້ດີສົມຄວນ,ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ປະກົດການຫຍໍ້ທໍ້ທາງສັງຄົມລຸດລົງ ຄຽງຄູ່ກັນນັ້ນ ຍັງມີບາງບັນຫາທີ່ຍັງຄົງຄ້າງ ທີ່ຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຊອກຫາວິທີທາງແກ້ໄຂໃຫ້ດີຂຶ້ນໃນອະນາຄົດຂ້າງໜ້າ;

ແລະ ຕໍ່ກັບຄຳສະເໜີດັ່ງກ່າວນັ້ນ, ບາງຄຳສະເໜີແມ່ນໄດ້ອະທິບາຍຊີ້ໃຫ້ປະຊາຊົນເຂົ້າໃຈແລ້ວກັບທີ່ ແລະ ມີບາງຄຳສະ  ເໜີ ແມ່ນໄດ້ສັງລວມ ແລ້ວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ແຂວງ ສົມທົບກັນຄົ້ນຄວ້າຫາວິທີທາງແກ້ໄຂບັນຫາດັ່ງກ່າວ ໃຫ້ຖືກຕ້ອງຕາມສະພາບຄວາມເປັນຈິງ ແລະ ລະບຽບກົດໝາຍ.

ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຍົກສູງສິດເປັນເຈົ້າ ໃນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດສັງຄົມ ກໍຄືມະຕິກອງປະຊຸມ ຂອງສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ພ້ອມກັນຊຸກຍູ້ສົ່ງເສີມ ບັນດາໂຄງການລົງທຶນຂອງລັດຕ່າງໆ, ພ້ອມກັນສ້າງເສດຖະກິດຄອບຄົວ ດ້ວຍທ່າແຮງຂອງບ້ານ ເປັນຕົ້ນການປູກຝັງ-ລ້ຽງສັດ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອເປັນພື້ນຖານ ໃຫ້ແກ່ກາພັດທະນາ ເສດຖະກິດ-ສັງຄົມຂອງບ້ານ ແລະ ເມືອງໃຫ້ດີຂຶ້ນພ້ອມກັນຫັນໄປສູ່ການພັດນາໃນໄລຍະໃໝ່.

                     ຂ່າວ ແລະ ພາບ: ໄວພົດ ເສລິພົງໄຊ