(ສພຊ) – ຕອນບ່າຍວັນທີ 27 ມີນານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການ ແລະ ຫົວໜ້າກອງເລຂາຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ) ໄດ້ຖະແຫຼງຂ່າວກ່ຽວກັບການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນສະບັບປີ 2025 ເຊິ່ງທ່ານໄດ້ກ່າວວ່າ: ຜ່ານການກະກຽມມາເປັນເວລາ 10 ເດືອນກວ່າ ນັບແຕ່ເດືອນພຶດສະພາ 2024 ເປັນຕົ້ນມາ, ໃນວັນທີ 17 ມີນາ 2025 ຄະນະກໍາມະການລະດັບຊາດປັບປຸງລັດຖະ ທຳມະນູນ ໄດ້ນຳສະເໜີຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ພິຈາລະນາຮັບຮອງ; ຜ່ານການພິຈາລະນາຢ່າງຖີ່ຖ້ວນ, ເລິກເຊິ່ງ ໃນຕອນບ່າຍວັນທີ 20 ມີນາ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ທີ່ມີໜ້າເຂົ້າຮ່ວມກອງປະຊຸມ ຈຳນວນ 156 ທ່ານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງຮັບຮອງເອົາລັດຖະທຳມະນູນສະບັບປັບປຸງປີ 2025 ຢ່າງເປັນເອກະສັນສູງ ໃນນີ້, ມີ 155 ທ່ານ ເຫັນດີ ເທົ່າກັບ 99.35% ຂອງຈຳນວນ ສສຊ ທັງໝົດ ທີ່ເຂົ້າຮ່ວມກອງປະຊຸມ, ບໍ່ເຫັນດີ 1 ທ່ານ ເທົ່າກັບ 0.64% ແລະ ບໍ່ອອກສຽງ 0%. ມາໃນວັນທີ 22 ມີນາ, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ, ລົງວັນທີ 22 ມີນາ 2025 ປະກາດໃຊ້ລັດຖະທຳມະນູນສະບັບປີ 2025 ຢ່າງເປັນທາງການ.
ການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນສະບັບປີ 2025 ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ ຍ້ອນວ່າການປັບປຸງລັດຖະທໍາມະນູນຄັ້ງນີ້ ແມ່ນແນໃສ່ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນລະບົບອໍານາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ທັງເປັນການປັບປຸງນິຕິກໍາສູງສຸດຂອງລັດເຮົາ ທີ່ເປັນກົດໝາຍພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່.
ການປະກາດໃຊ້ລັດຖະທຳມະນູນໃນວັນທີ 22 ມີນານີ້ ຍິ່ງມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ແລະ ຂອງພັກເຮົາ, ເພາະວ່າວັນທີ 22 ມີນາ 2025 ແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຄົບຮອບ 70 ປີ ແລະ ກໍເປັນໄລຍະເວລາທີ່ພັກປະຊາຊົນປະຕິວັດລາວ ກຳອຳນາດມາໄດ້ 50 ປີໃນປີນີ້ ທັງຢູ່ໃນໄລຍະເວລາທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເປັນປີສຸດທ້າຍ, ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດອັນສໍາຄັນຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງລັດແຫ່ງ ສປປລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົນວິຫານ ຜູ້ນຳທີ່ເຄົາ ລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳກໍ່ຕັ້ງພັກ, ກໍ່ຕັ້ງແນວລາວສ້າງຊາດ, ກໍ່ຕັ້ງກຳລັງປະກອບອາວຸດປະຊາຊົນ, ກໍ່ຕັ້ງລັດແຫ່ງ ສປປລາວ ແລະ ລິເລີ່ມແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ຄົບຮອບ 105 ປີ.
ເນື້ອໃນລັດຖະທຳມະນູນສະບັບປີ 2025 ນີ້ ລວມມີ: ຄຳນໍາ ແລະ 14 ໝວດ, 122 ມາດຕາ, ທຽບໃສ່ລັດຖະທໍາມະນູນສະບັບປີ 2015 ແມ່ນມີຄຳນໍາ ແລະ 14 ໝວດ, 119 ມາດຕາ ລື່ນພຽງແຕ່ 3 ມາດຕາ; ໝາຍຄວາມວ່າ ມີມາດຕາໃໝ່ 5 ມາດຕາຄື: ມາດຕາ 11 ກຳນົດກ່ຽວກັບຄວາມໝາຍຄວາມສຳຄັນຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ອຳນາດອະທິປະໄຕຂອງຊາດ, ມາດຕາ 103, 104, 105 ແລະ 106 ເຊິ່ງເປັນມາດຕາໃໝ່ ກຳນົດກ່ຽວກັບການກວດກາລັດ. ນອກຈາກ 5 ມາດຕາໃໝ່ນີ້ແລ້ວ, ຍັງມີ 62 ມາດຕາ ໄດ້ມີການປັບປຸງ ແລະ ມາດຕາບໍ່ໄດ້ປັບປຸງ ມີ 55 ມາດຕາ; ໃນ 62 ມາດຕາທີ່ມີການປັບປຸງນັ້ນ ບັນຫາສໍາຄັນແມ່ນໄດ້ປັບປຸງກ່ຽວກັບການປົກຄອງທ້ອງຖິ່ນ ເປັນຕົ້ນການແບ່ງຂັ້ນການປົກຄອງທ້ອງຖິ່ນເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ລັດຖະທຳມະນູນສະບັບປີ 2015 ໄດ້ກຳນົດເອົາການປົກຄອງຂັ້ນບ້ານ ເປັນການປົກຄອງລຸ່ມສຸດ, ແຕ່ລັດຖະທຳມະນູນປີ 2025 ແມ່ນກຳນົດເອົາຂັ້ນຕາແສງ ເປັນຂັ້ນການປົກຄອງລຸ່ມສຸດ; ສຳ ລັບຂັ້ນບ້ານ ແມ່ນເປັນການຈັດຕັ້ງຊຸມຊົນ ຫຼື ການຈັດຕັ້ງຂອງປະຊາຊົນພາຍໃນບ້ານ ໂດຍມີການເລືອກຕັ້ງຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ, ພະນັກງານຂັ້ນຕາແສງ ຈະເປັນພະນັກງານລັດ ແລະ ຂັ້ນຕາແສງ ຈະເປັນຫົວໜ່ວຍງົບມານອີກຂັ້ນໜຶ່ງ. ພ້ອມກັນນີ້, ໄດ້ມີການປ່ຽນແປງຊື່ເອີ້ນຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ ແລະ ນາຍບ້ານ ມາເປັນປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງນະຄອນຫຼວງ, ປະທານຄະນະກຳມະການປົກຄອງເມືອງ ແລະ ປະທານຄະນະກຳມະການປົກຄອງຕາແສງ.
ນອກຈາກການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນແລ້ວ, ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເຊິ່ງລາຍລະອຽດຈະມີການແຈ້ງຂ່າວຕື່ມຕໍ່ໄປ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຕາງໜ້າຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງທົ່ວປະເທດ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທຸກກະຊວງ, ອົງການ, ທຸກແຂວງ-ນະຄອນຫຼວງວຽງຈັນ, ທຸກເມືອງ ກໍຄືຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ມີສ່ວນຮ່ວມໃນວຽກງານປັບປຸງລັດຖະທຳມະນູນ ໂດຍສະເພາະໄດ້ອຳນວຍຄວາມສະດວກ, ເຂົ້າຮ່ວມ ແລະ ປະກອບຄວາມເຫັນຕໍ່ການປະເມີນຜົນການຈັດຕັ້ງປະຕິ ບັດລັດຖະທຳມະນູນ, ການທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ລວມທັງຜ່ານສື່ມວນຊົນ ມານະໂອກາດນີ້ຢ່າງສຸດອົກສຸດໃຈ! ຂໍສະແດງຄວາມຂອບໃຈຕໍ່ສື່ມວນຊົນທຸກສື່ ທີ່ໄດ້ເອົາໃຈໃສ່ອອກຂ່າວກ່ຽວກັບການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ໂດຍສະເພາະຖ່າຍທອດສົດພິທີກອງປະຊຸມສະໄໝວິສາມັນເທື່ອທີ 2 ໃນການສະເໜີ, ພິຈາລະນາ ແລະ ລົງຄະແນນສຽງ ຮັບຮອງເອົາລັດຖະທຳມະນູນ ໃຫ້ປະຊາຊົນລາວບັນດາເຜົ່າພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.
ໃນໂອກາດນີ້, ທ່ານຮອງປະທານ, ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄລຊ ຍັງຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ນັກທຸລະກິດ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ເຂັ້ມງວດກວ່າເກົ່າ, ພ້ອມກັນປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ, ຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເປັນເຈົ້າຂອງປະເທດຊາດ, ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ຮ່ວມແຮງຮ່ວມໃຈກັນສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.