ຕອນເຊົ້າວັນທີ 28 ມັງກອນ 2026, ທ່ານ ຄໍາດີ ວົງລ້ອມ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າຄະນະກໍາມະການເລືອກຕັ້ງຂັ້ນແຂວງ ມາປະກາດແຈ້ງການ ລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງອຸດົມໄຊ ວ່າ:
ອີງຕາມ ມາດຕາ 11 ຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍ ການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ອີງຕາມປະກາດແຈ້ງການຂອງຄະນະກໍາມະການເລືອກຕັ້ງຂັນແຂວງ, ເລກທີ 094/ຄລຂ, ລົງວັນທີ 27 ມັງກອນ 2026 ຄະນະກໍາມະການເລືອກຕັ້ວຂັ້ນແຂວງ ປະກາດແຈ້ງລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງປະກອບມີລາຍລະອຽດດັ່ງນີ້:
ຜູ້ລົງສະໝັກເປັນ ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ມີຈໍານວນທັງໝົດ 49 ທ່ານ, ຍິງ 19 ທ່ານ, ເລືອກເອົາ 35 ທ່ານ ດັ່ງນີ້:






ກ່ຽວກັບຄຸນລັກສະນະຂອງຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ມີດັ່ງນີ້:
– ຜູ້ສະໝັກຮັບເລືອກຕັ້ງທັງໝົດມີ 49 ທ່ານ, ຍິງ 19 ທ່ານ;
– ຜູ້ສະໝັກຈາກແຂວງ 13 ທ່ານ, ຍິງ 05 ທ່ານ;
– ຜູ້ສະໝັກຈາກເມືອງ 33 ທ່ານ, ຍິງ 12 ທ່ານ;
– ຜູ້ສະໝັກຈາກລັດວິສາຫະກິດ 1 ທ່ານ;
– ຜູ້ສະໝັກຈາກນັກທຸລະກິດ 2 ທ່ານ, ຍິງ 2 ທ່ານ.
ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ສືບຕໍ່ສະໝັກ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
ຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ແມ່ນຄົບຕາມ 04 ໝວດພາສາປາກເວົ້າຄື: ລາວ-ໄຕ, ມອນ-ຂະແມ, ມົ້ງ-ອິວມ້ຽນ ແລະ ຈີນ-ຕີເບດ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ;
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເປັນເຫດ ການປະຫວັດສາດທີ່ສໍາຄັນຍິ່ງ ໃນຊີວິດການເມືອງຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງດໍາເນີນໃນບັນຍາ ກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ສະເຫຼີມສະຫຼອງວັນປະຫວັດສາດທີ່ຍິ່ງໃຫຍ່ຂອງຊາດ, ຂອງພັກ ແລະ ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງອຸດົມໄຊ.
ພ້ອມກັນນີ້, ຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນຕົ້ນແມ່ນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນຊອກຮູ້ຮໍ່າຮຽນກ່ຽວກັບກົດໝາຍ ແລະ ລະບຽບການເລືອກຕັ້ງ, ຍົກສູງຈິດໃຈເປັນເຈົ້າຕົນເອງ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງເທື່ອນີ້ ໃຫ້ເກີດເປັນໝາກຜົນຕົວຈິງ ຕາມຈຸດປະ ສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ຂໍຂອບໃຈ!
