ປອ.ໄຊສົມພອນ ພົມວິຫານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ.

ກ.ພ. 5, 2022

ປອ.ໄຊສົມພອນ ພົມວິຫານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ. ໃນວັນທີ 05 ກຸມພາ 2022 ນີ້ ທ່ານ ປອ.ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີ່ນທາງເຖີງນະຄອນຫຼວງພະບາງ ດ້ວຍຂະບວນລົດໄຟຄວາມໄວສູງ ຖ້ຽວ C82 ເປັນກຽດອອກຕ້ອນຮັບຂອງທ່ານ ວົງສະຫວັນ ເທບພະຈັນຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ.