(ສພຊ) – ວັນທີ 13 ພະຈິກຜ່ານມາ, ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປລາວ (ທຫລ) ໄດ້ຊີ້ແຈງຕໍ່ບາງຄຳຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ວ່າ: ຮອດວັນທີ 11 ພະຈິກ 2025 ທຫລ ໄດ້ຄົ້ນຄວ້າການສະເໜີຂໍອະນຸຍາດນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປລາວ ຂອງບັນດາບໍລິສັດ ສໍາເລັດ 53 ບໍລິສັດ ໃນນັ້ນ, ບໍ່ອະນຸຍາດ 20 ບໍລິສັດ ແລະ ອະນຸຍາດໃຫ້ຊໍາລະ ແລະ ຮັບຊຳລະເງິນຕາຕ່າງປະເທດ 33 ບໍລິສັດ ເຊິ່ງບໍລິສັດທີ່ໄດ້ຮັບອະນຸຍາດ ໄດ້ຂາຍເງິນຕາຕ່າງປະເທດເຂົ້າລະບົບທະນາຄານຕາມລະບຽບການ 6.74 ລ້ານໂດລາທຽບເທົ່າ; ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຍັງມີສິ່ງທ້າທາຍຄື: 1) ສັງຄົມຍັງມີຄວາມຊິນເຄີຍນໍາໃຊ້ເງິນຕາຕ່າງປະເທດໃນການຮັບຊຳລະ/ຊຳລະ; ສະນັ້ນ, ບາງຫົວໜ່ວຍທຸລະກິດ ແມ່ນຖືເບົາຕໍ່ການຈັດຕັ້ງປະຕິບັດຕໍ່ລະບຽບການ. 2) ບາງຂະແໜງຂອງພາກລັດ ຍັງມີການຮຽກເກັບພັນທະຕໍ່ລັດເປັນເງິນຕາຕ່າງປະເທດ, ເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພື່ອຊຳລະ ແມ່ນຍັງສູງ; ສະນັ້ນ, ຕໍ່ກັບວຽກງານດັ່ງກ່າວ ຕ້ອງໄດ້ມີການເຜີຍແຜ່, ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ຮັບຊໍາລະເປັນສະກຸນເງິນກີບຫຼາຍຂຶ້ນ ແລະ ຫັນເຂົ້າສູ່ລະບຽບການເທື່ອລະກ້າວ.
ສໍາລັບ 3 ຄາດໝາຍຕົ້ນຕໍໃນແຜນເງິນຕາ 5 ປີ (2026-2030) ຄື: 1) ລະດັບຄັງສໍາຮອງກຸ້ມການນໍາເຂົ້າໄດ້ 5 ເດືອນ; 2) ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ໃຫ້ຢູ່ໃນລະດັບບໍ່ເກີນ 3%; ແລະ ໂດຍສະເພາະ 3) ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ກໍເປັນຄາດໝາຍທີ່ທ້າທາຍຫຼາຍພໍສົມຄວນ ໃນສະພາບຄວາມບໍ່ແນ່ນອນຂອງການຈັດຕັ້ງປະຕິບັດນະໂຍບາຍຂອງບັນດາປະເທດເສດຖະກິດໃຫຍ່ ແລະ ລັດຖະບານ ກໍມີແຜນການປັບເພີ່ມຂຶ້ນດັດຊະນີເງິນເດືອນໃຫ້ແກ່ພະນັກງານ ເຊິ່ງອາດຈະສົ່ງຜົນຕໍ່ການເໜັງຕີງຂອງອັດຕາເງິນເຟີ້ຢ່າງຫຼີກລ່ຽງບໍ່ໄດ້. ແຕ່ ທຫລ ຈະສູ້ຊົນ ແລະ ຄົ້ນຄວ້າບັນດານະໂຍບາຍ ແລະ ມາດຕະການ ໃຫ້ແທດເໝາະກັບສະພາບທີ່ເກີດຕົວຈິງ ໂດຍການສົມທົບກັບບັນດາຂະແໜງການກ່ຽວຂ້ອງ ຄົ້ນຄວ້າມາດຕະການຄຸ້ມຄອງລາຄາສິນຄ້າ ໄປຄຽງຄູ່ກັບມາດຕະການທາງດ້ານການເມືອງແນວຄິດ ໂດຍການສ້າງຄວາມເຂົ້າໃຈໃຫ້ສັງຄົມ ຕໍ່ການປັບເພີ່ມຂຶ້ນດັດຊະນີເງິນເດືອນ ເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍ ສວຍໂອກາດປັບຂຶ້ນລາຄາສິນຄ້າໃນທ້ອງຕະຫຼາດ.

