ບົດສູນທອນພົດຂອງທ່ານ ປອ. ໄຊສົມພອນ ພົມວິຫານ

ມ.ຖ. 27, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

ບົດສູນທອນພົດຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ
ກ່າວປິດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX
(ນະຄອນຫຼວງວຽງຈັນ, ວັນທີ 26 ມິຖຸນາ 2025)

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາແຕ່ວັນທີ 9 ມິຖຸນາ 2025, ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງຕໍ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 15 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດສືບຕໍ່ມີການພັດທະ ນາຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ,​ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະ ຍາຍາມຂອງລັດຖະບານ ທີ່ໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4.5%; ການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2025; ອັດຕາເງິນເຟີ້ມີທ່າອຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ກໍານົດເພດານແຜນລາຍຮັບງົບປະມານໃຫ້ສອດຄ່ອງກັບທ່າແຮງຕົວຈິງ; ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ໃຫ້ຄົບຖ້ວນຕາມກົດໝາຍ, ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ; ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກໃນການເຂົ້າ ຫາແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດໃຫ້ຫຼາຍຂຶ້ນ, ມີນະໂຍບາຍສົ່ງເສີມທີ່ຊັດເຈນ; ກໍານົດລາຍການສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ມີມາດຕະການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ; ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ; ເອົາໃຈໃສ່ການຫັນເປັນທັນສະໄໝໃນການເກັບລາຍຮັບ ໃຫ້ເປັນລະບົບຄົບຊຸດ, ລວມສູນ, ສາມາດເຊື່ອມຕໍ່ກັບທຸກຂະແໜງການ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ການຈັດສັນເຂດການຜະລິດ, ກຳນົດເຂດປູກຝັງ, ເຂດລ້ຽງທີ່ເປັນມູນ ເຊື້ອ ແລະ ທ່າແຮງຂອງປະຊາຊົນ; ສົ່ງເສີມການຜະລິດເປັນກຸ່ມ, ການສ້າງສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ, ສົ່ງເສີມພາກເອກະຊົນໃນການຜະລິດຝຸ່ນ, ປຸຍ ແລະ ອາຫານສັດ ແລະ ມີມາດຕະການຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ; ເພີ່ມທະ ວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ມີມາດຕະການເດັດຂາດຕໍ່ການບຸກລຸກທຳລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດກາໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ, ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທໍາຜິດ ແລະ ລະເມີດກົດໝາຍ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ-ຊົນນະບົດ, ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ, ທາງຫຼວງແຫ່ງຊາດ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການການກໍ່ສ້າງຕ້ານເຈື່ອນ, ການຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ຢ່າງເຂັ້ມງວດ, ເດັດຂາດ ໂດຍສະເພາະຕໍ່ຜູ້ປະກອບການທີ່ບັນທຸກນໍ້າໜັກເກີນ; ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາປະເມີນຜົນໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດຕໍ່ບັນດາບໍລິສັດທີ່ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ.
ກອງປະຊຸມສະເໜີໃຫ້ລັດຖະບານພິຈາລະນາປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ເພາະມີຜົນກະທົບໂດຍກົງຕໍ່ສັງຄົມ ແລະ ຫົວໜ່ວຍທຸລະກິິດຂະໜາດນ້ອຍ-ຂະໜາດກາງ; ສະເໜີໃຫ້ຢຸດຕິການພິຈາລະນາໂຄງການແຮ່ທາດໃໝ່ທຸກປະເພດ, ຮີບຮ້ອນປະເມີນໂຄງການທີ່ໄດ້ຮັບອະນຸຍາດ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ມີປະສິດທິຜົນ; ຢຸດຕິໂຄງການປະເພດ C ແລະ C+, ກວດກາຄືນກົນໄກການເກັບລາຍຮັບຈາກໂຄງການພັດທະນາດ້ານແຮ່ທາດເຂົ້າງົບປະມານແຫ່ງລັດ.
ກອງປະຊຸມສະເໜີໃຫ້ລັດຖະບານເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ, ປັບປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດ ໃຫ້ຄວາມເອົາໃຈໃສ່;​ ເພີ່ມຄວາມເຂັ້ມງວດ, ເດັດຂາດ ໃນການຄຸ້ມຄອງຮ້ານບັນເທີງ; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.
ກອງປະຊຸມສະແດງຄວາມຊົມເຊີຍຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕາມຄາດໝາຍ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
2. ກອງປະຊຸມໄດ້ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງກອງປະຊຸມ​​ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ 5 ​ປີ ຄັ້ງທີ IX (2021-2025). ເຖິງຢ່າງໃດກໍຕາມ ຜູ້ແທນຍັງສະແດງຄວາມເປັນຫ່ວງຕໍ່ບາງບັນຫາ ເປັນຕົ້ນ ການແບ່ງຂັ້ນຄຸ້ມຄອງລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ບໍ່ທັນລະອຽດຈະແຈ້ງ, ການພັດທະນາຕາມທິດ 3 ສ້າງ ຍັງບໍ່ທັນປະຕິບັດຢ່າງຕໍ່ເນື່ອງ, ການປະຕິ ບັດກົດໝາຍຍັງບໍ່ເຂັ້ມງວດ ແລະ ການຕິດຕາມກວດກາຍັງບໍ່ທັນໂລ່ງລ່ຽນ; ພ້ອມກັນນັ້ນ, ບັນດາຜູ້ແທນໄດ້ສະເໜີບາງຄໍາເຫັນ ຕໍ່ການວາງແຜນການ ເປັນຕົ້ນ ໃຫ້ຄົ້ນຄວ້າຄືນວິໄສທັດ ແລະ ຍຸດທະສາດຂອງການພັດທະນາ ໃຫ້ເປັນເອກະສານສະເພາະ ແລະ ກວດກາຄືນຄວາມສອດຄ່ອງການກຳນົດເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ບອກຂອງແຕ່ລະແຜນການ, ແຜນງານຈຸດສຸມ ໃຫ້ຈະ ແຈ້ງ ແລະ ຊັດເຈນ.
ກອງປະຊຸມສະເໜີໃຫ້ກໍານົດເອົາຂະແໜງກະສິກໍາ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ ເປັນບຸລິມະສິດ, ຜັນຂະ ຫຍາຍແນວທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸ ໂດຍຕິດພັນກັບເສດຖະກິດດິຈິຕອນໃຫ້ຈະແຈ້ງ, ຄົ້ນຄວ້າທ່າແຮງໃນການສ້າງລາຍຮັບຈາກໂຄງການລົງທຶນຂະໜາດໃຫຍ່; ການສ້າງຂະແໜງໄຟຟ້າ ແລະ ພະລັງງານທົດແທນ ເພື່ອຕອບສະໜອງໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມ; ສ້າງແຜນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງຕ່າງໆ ຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດນະໂຍ ບາຍ ແລະ ແຜນການຈັດສັນປ່າໄມ້ ແລະ ທີ່ດິນ ໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລໍາເນົາ ແລະ ອາຊີບ ເພື່ອສະດວກໃນການຄຸ້ມຄອງທີ່ດິນ; ພ້ອມກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.
3. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ ເຊິ່ງກອງປະຊຸມເຫັນດີໃນດ້ານຫຼັກການຕໍ່ນະໂຍບາຍດັ່ງກ່າວຕາມການສະເໜີຂອງລັດຖະບານ ເຊິ່ງເປັນຄວາມຄິດລິເລີ່ມທີ່ດີໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນສະພາບທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ແຕ່ບັນດາທ່ານສະມາຊິກສະພາແຫ່ງຊາດ ມີຄວາມເປັນຫ່ວງ ແລະ ສະເໜີໃຫ້ຈັດຕັ້ງປະຕິບັດເປັນໂຄງການແບບທົດລອງ ຫຼື ໂຄງການຕົວແບບ ໂດຍສຸມໃສ່ເສັ້ນທາງສໍາຄັນຈໍານວນໜຶ່ງ, ມີການກຳນົດໄລຍະເວລາຈັດຕັ້ງປະຕິບັດທີ່ຊັດເຈນ, ມີການຕິດຕາມກວດກາຢ່າງປົກກະຕິ, ຫຼັງຈາກນັ້ນ ຈຶ່ງມີການຖອດຖອນບົດຮຽນຜົນໄດ້ ແລະ ຜົນເສຍ ຕໍ່ການນໍາໃຊ້ນະໂຍບາຍດັ່ງກ່າວ.
4. ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນບົດລາຍງານຂອງລັດຖະບານ. ແຕ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນຫາດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດໃຫ້ປະເທດຊາດ, ກອງປະຊຸມສະ​ເໜີໃຫ້ລັດຖະບານມີການກວດກາ ແລະ ປະເມີນຄືນການດໍາເນີນໂຄງການພະລັງງານໄຟຟ້າ ແລະ ມີມາດຕະການຢ່າງເຂັ້ມງວດຕໍ່ກັບໂຄງການທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາ ຫຼື ດໍາເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ໃຫ້ມີແຜນການລະອຽດໃນການກໍານົດເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນ ພະລັງງານໄຟຟ້ານ້ຳຕົກ, ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ; ໃຫ້ມີການແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢ່າງ​ລະອຽດ, ຈະ​ແຈ້ງ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ມີ​ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດ​ພັນທະ​ດ້ານ​ການ​ເງິນ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ; ໃຫ້ຄົ້ນຄວ້າກຳນົດອັດຕາອາກອນກຳໄລ, ຄ່າ​ພາກ​ຫຼວງ ຈາກໂຄງການພະລັງງານໄຟຟ້າ ແລະ ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບພັນທະດ້ານພາສີ ​ແລະ ອາກອນຕ່າງໆ ເຊິ່ງຈະເຮັດໃຫ້ລັດຖະບານເສຍລາຍຮັບ.
ໃຫ້ລັດຖະບານມີການພິຈາລະນາຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາໄຟຟ້າ ເພື່ອແກ້ໄຂຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ກໍຄືຜູ້ປະກອບການ. ວາງ​ແຜນການ​ພັດທະນາ​ພະລັງງານ​ໄຟຟ້າ​​ໃຫ້ສອດຄ່ອງ​ກັບການ​ພັດ ທະນາຂອງ​ຂະ​ແໜງ​ການທີ່​ກ່ຽວຂ້ອງ; ພິຈາລະນາການລົງທຶນ ແລະ ລະດົມທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງໃຫ້ເປັນລະບົບ; ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງງານໄຟຟ້ານ້ຳຕົກ ໃຫ້ມີຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າການຫຼຸດຜ່ອນ ກ້າວໄປເຖິງການຢຸດຕິການກໍ່ສ້າງເຂື່ອນ​ໄຟ ຟ້າ​ພະລັງງານ​ນໍ້າ ໂດຍສະເພາະແມ່ນ​ຂະໜາດ​ນ້ອຍ ແລະ ຫັນໄປສູ່ພະລັງງານທົດແທນໃນຮູບແບບອື່ນ; ປະເມີນຄືນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າ ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ພ້ອມກັນນັ້ນ, ໃຫ້ສ້າງ ແລະ ຍົກລະດັບບຸກຄະລາກອນໃນຂະແໜງການໄຟຟ້າ ໃຫ້ເປັນມືອາຊີບ ເພື່ອຮອງຮັບຄວາມພ້ອມດ້ານ​ຕ່າງໆໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະຖືກສົ່ງຄືນມອບໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.
5. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາທຸກພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ທີ່ສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດການທ່ອງທ່ຽວ ເຊິ່ງສາມາດສ້າງວຽກເຮັດງານທໍາ, ປະກອບ ສ່ວນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ; ແຕ່ເຖິງຢ່າງໃດກໍຕາມ, ຜູ້ແທນຍັງສະແດງຄວາມເປັນຫ່ວງ ແລະ ສະເໜີໃຫ້ເອົາໃຈໃສ່ບາງດ້ານເພີ່ມຕື່ມ ເປັນຕົ້ນ ໃຫ້ສືບຕໍ່ສ້າງ, ປັບປຸງນິຕິກຳ ແລະ ນະໂຍບາຍຕ່າງໆ ເພື່ອເປັນເຄື່ອງ ມືໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ, ຄົ້ນຄວ້າກຳນົດບັນດາຈຸດສຸມແຫຼ່ງທ່ອງທ່ຽວທີ່ເປັນບຸລິມະສິດ ຕິດພັນກັບການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳອັນດີງາມ ແລະ ວິຖີຊີວິດຂອງປະຊົນບັນດາເຜົ່າ ແລະ ອື່ນໆ; ຄົ້ນຄວ້າພິຈາລະນານະໂຍບາຍຍົກເວັ້ນວີຊາເຂົ້າ ສປປລາວ ສໍາລັບນັກທ່ອງທ່ຽວ; ສ້າງ, ປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ການບໍລິການດ້ານຕ່າງໆ ໃຫ້ມີຄຸນນະພາບດີຂຶ້ນ; ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂລະບົບການບໍລິການດ້ານການທ່ອງທ່ຽວ ໃຫ້ມີຄວາມຮັບປະກັນ, ສະດວກວ່ອງໄວ ສ້າງຄວາມປະທັບໃຈ ແລະ ດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະເທດເຮົາໃຫ້ຫຼາຍຂຶ້ນ; ພ້ອມກັນນັ້ນ, ສະເໜີການບຳລຸງສ້າງບຸກຄະລາກອນກ່ຽວກັບການນໍາທ່ຽວ ໃຫ້ເປັນມືອາຊີບ, ສືບຕໍ່ໂຄສະນາເຜີຍແຜ່ວຽກງານການທ່ອງທ່ຽວ ໂດຍຜ່ານສື່ຕ່າງໆໃຫ້ກວ້າງຂວາງ ແລະ ປັບປຸງກົນໄກການປະສານສົມທົບກັບທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ຄຸ້ມຄອງເປັນເອກະພາບທົ່ວປະເທດໃນວຽກງານທ່ອງທ່ຽວ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ມີຄວາມປອດໄພ.
6. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ເຊິ່ງກອງປະຊຸມຕີລາຄາສູງຕໍ່ການສະຫຼຸບຕີລາຄາວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ສະແດງຄວາມຊົມເຊີຍຕໍ່ລັດຖະ ບານ ທີ່ໄດ້ຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ກົດໝາຍຢ່າງແຂງແຮງ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມໃນການຊີ້ນໍາບັນດາກະຊວງ, ອົງການທີ່ເປັນເຈົ້າຂອງກົດໝາຍ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ໂດຍສະເພາະປະຊາຊົນເຂດຫ່າງໄກສອກຫຼີກ; ສະເໜີໃຫ້ມີການກໍ່ສ້າງ, ຍົກລະດັບບຸກຄະລາກອນກ່ຽວຂ້ອງ ໃຫ້ມີຄວາມ ຊໍານິຊໍານານ ແລະ ເປັນມືອາຊີບ, ຄັດເລືອກເອົາເນື້ອໃນ-ຮູບການທີ່ຈະນໍາລົງໄປເຜີຍແຜ່ ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ເໝາະສົມກັບເປົ້າໝາຍຕ່າງໆ; ສະເໜີໃຫ້ຄົ້ນຄວ້າເພີ່ມງົບປະມານໃສ່ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ການສ້າງປຶ້ມຄູ່ມື ເພື່ອເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ ແນໃສ່ສ້າງສະຕິເຄົາລົບກົດໝາຍຂອງສັງຄົມໃຫ້ສູງຂຶ້ນ.
7. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽງກງານຂອງສະພາແຫ່ງຊາດໃນໄລຍະຜ່ານມາ; ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບ, ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ; ສູ້ຊົນໃຫ້ການຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ. ຊຸກຍູ້ການໂຄສະນາເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ, ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນການຕິດຕາມກວດກາບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງ, ຂໍ້ສະເໜີຕ່າງໆຂອງປະ ຊາຊົນ ແລ້ວນໍາມາຄົ້ນຄວ້າຮ່ວມກັບບັນດາອົງການອໍານາດລັດ ເພື່ອຊອກຫາວິທີພິຈາລະນາແກ້ໄຂ; ເອົາໃຈໃສ່ຄົ້ນຄວ້າປັບປຸງກົງ ຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III.
8. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ(2026-2030) ຂອງສະພາແຫ່ງຊາດ ຊຸດທີ X. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ລັດຖະບານ, ຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມບັນດາກົດໝາຍທີ່ຈະສ້າງໃໝ່ ແລະ ປັບປຸງໃນ 5 ປີຕໍ່ໜ້າ ເພື່ອໃຫ້ມີຄວາມພ້ອມເປັນເອກະພາບແຕ່ຫົວທີຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ໃຫ້ສອດຄ່ອງກັບແນວທາງຂອງພັກ, ລັດຖະທໍາມະນູນ ສະບັບປີ 2025; ພ້ອມກັນນີ້, ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາກະຊວງ, ອົງການທີ່ກ່ຽວຂ້ອງ ມີຄວາມຮັບຜິດ ຊອບ ແລະ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີການປະສານສົມທົບກັບກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມສຸດທ້າຍຂອງກົດໝາຍ ກ່ອນຈະດໍາເນີນການສະເໜີຕາມຂັ້ນຕອນ ແລະ ສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນປີ 2026.
9. ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍສາມັນສຶກສາ, ກົດໝາຍວ່າດ້ວຍການປູກຝັງ ແລະ ກົດໝາຍສະບັບປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ ແລະ ກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍມີການພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
10. ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ ແລະ ບັນດານທ່ານໃນຄະນະລັດຖະ ບານ ທັງໝົດ 6 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ.
11. ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານເລຂາທິການສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງຂອງກອງປະ ຊຸມຂອງຄະນະປະຈໍາສະພາແຫ່ງຊາດສະໄໝວິສາມັນ ໃນການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບໍານານ ຂອງສະມາຊິກລັດຖະບານ ຈໍານວນ 13 ທ່ານ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ.
​ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນລວມຍອດສະຕິປັນຍາ, ການໃຊ້ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາກະ ຊວງ, ອົງການ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງກວ້າງຂວາງ.
ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມການ ເມືອງ ແລະ ຄະນະເລຂາທິການສູນກາງພັກ ທີ່ຍາມໃດກໍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ສະພາແຫ່ງຊາດໂດຍຕະຫຼອດມາ, ຂໍສະ ແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາການນໍາພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າຢູ່ພາຍໃນປະເທດ ແລະ ຊາວລາວທີ່ຢູ່ຕ່າງປະເທດ ທີ່ໄດ້ຕິດຕາມກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຢ່າງຈົດຈໍ່ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນມາຍັງກອງປະຊຸມຢ່າງຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ມີສ່ວນຮ່ວມໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ກອງເລຂານຸການກອງປະຊຸມ ທີ່ເອົາໃຈໃສ່ຮັບຜິດຊອບເນື້ອໃນ, ວຽກບໍລິຫານ -ພິທີການຮອບດ້ານ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ; ຂໍຂອບໃຈຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ແພດໝໍ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມປອດໄພທຸກປະການ ແລະ ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ເອົາໃຈໃສ່ເຜີຍແຜ່ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃຫ້ສັງຄົມໄດ້ເຂົ້າເຖິງ ແລະ ຕິດຕາມຢ່າງຕໍ່ເນື່ອງ, ທັນເວລາ.
ກອງປະຊຸມມອບໃຫ້ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ຄະນະສະ ມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງ ຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດຄັ້ງນີ້ ເຂົ້າໃນການປະຕິບັດວຽກງານ ຂອງແຕ່ລະພາກສ່ວນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຜູ້ແທນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຂໍອວຍພອນໄຊອັນປະເສີດມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດຄອບຄົວ, ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຊີ້ນໍາ-ນໍາພາປະເທດຊາດ ໃຫ້ມີການພັດທະນາກ້າວຂຶ້ນສູ່ຈຸດໝາຍທີ່ພັກເຮົາໄດ້ວາງໄວ້ຢ່າງໜັກແໜ້ນ.
ຂໍອວຍພອນໃຫ້ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະ ບານ ຕະຫຼອດຮອດພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນ