ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ໃຫ້ສໍາພາດກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V
(ນະຄອນຫຼວງວຽງຈັນ, ວັນທີ 30 ມັງກອນ 2026)
……………………………………………………………………….
ບັນດານັກຂ່າວ, ຜູ້ຕາງໜ້າສື່ມວນຊົນ ທີ່ຮັກແພງ.
ບັນດາພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ.
ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ມາຮອດປັດຈຸບັນ ຈະຄົບອາຍຸການ 5 ປີ ຕາມລັດຖະທໍາມະນຸນ ແລະ ກົດໝາຍກໍານົດ ໃນເດືອນກຸມພາ 2026 ນີ້. ສະນັ້ນ, ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ພວມສຸມໃສ່ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ.
ຂ້າພະເຈົ້າ ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ຂໍສະແດງຄວາມຂອບໃຈຕໍ່ບັນດາສື່ມວນຊົນຈາກສໍານັກຂ່າວຕ່າງໆ ທີ່ໄດ້ຈັດຕັ້ງການສໍາພາດຂ້າພະເຈົ້າ ໃນໂອກາດການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມາເຖິງນີ້, ຂ້າພະເຈົ້າ ມີຄໍາເຫັນດັ່ງນີ້:
1. ຄວາມໜາຍ, ຄວາມສໍາຄັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເນື້ອແທ້ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ; ເປັນການສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 36 ຂອງລັດຖະທໍາມະນູນ ກ່ຽວກັບສິດຂອງພົນລະເມືອງລາວ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ເປັນການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດໜ້າທີ່ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ການເລືອກຕັ້ງຄັ້ງນີ້ ຍັງເປັນເຫດການທາງການເມືອງຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພວກເຮົາ. ການເລືອກຕັ້ງຄັ້ງນີ້ ດໍາເນີນໄປໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ແລະ ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ກໍຄືທົ່ວປວງຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ວາງເປົ້າໝາຍ, ທິດທາງໜ້າທີ່ໃນ 5 ປີຕໍ່ໜ້າ; ອັນພິເສດ, ໄດ້ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ 3 ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການປະຕິບັດວາງແນວທາງນະໂຍບາຍທີ່ສໍາຄັນຫຼາຍດ້ານ ໃນການນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້ ເປັນການເພີີ່ມທະວີການນໍາພາຂອງພັກ ຕໍ່ການເຄື່ອນໄຫວວຽກງານຂອງອົງການຕົວແທນແຫ່ງສິດ, ອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ດ້ວຍການເພີ່ມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີຈໍານວນເພີ່ມຂຶ້ນ ເຊິ່ງມີຈໍານວນເຖິງ 30 ກວ່າສະຫາຍ ໃນຈໍານວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 243 ທ່ານ ເພື່ອເລືອກເອົາ 175 ທ່ານ ແລະ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 1,041 ທ່ານ, ເລືອກເອົາ 745 ທ່ານ; ໃນນັ້ນ, ອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງ ອາຍຸ 45 ປີລົງມາ ກວມອັດຕາສ່ວນ 15-20%, ອາຍຸ 46-55 ປີ ກວມອັດຕາສ່ວນ 35-45%, ອາຍຸ 56-60 ປີ ກວມເອົາ 25-30%, ອາຍຸ 60 ປີຂຶ້ນໄປ ກວມອັດຕາສ່ວນ 10-15%, ອາຍຸສູງສຸດ ແມ່ນ 69 ປີ, ອາຍຸນ້ອຍສຸດ ແມ່ນ 36 ປີ, ອັດຕາສ່ວນເພດຍິງ 35% ເຊິ່ງມີຕົວຈາກອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການ ຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາພາກລັດ-ເອກະຊົນ, ວິສາຫະກິດລັດ, ສະຫະກອນ, ວິສາຫະກິດເອກະຊົນ ແລະ ນັກທຸລະກິດ.
2. ການຈັດຕັ້ງປະຕິບັດວຽກງານສ້າງ ແລະ ປັບປຸງກົດໝາຍ.
ຕະຫຼອດໄລຍະ 5 ປີຂອງສະພາແຫ່ງຊາດ ຊຸດທີ IX, ກອງປະຊຸມສະໄໝສາມັນ ແລະ ວິສາມັນຂອງສະພາແຫ່ງຊາດ ໄດ້ມີການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ ໃນຈໍານວນ 96 ສະບັບ ທີ່ວາງໄວ້ໃນແຜນການ ເທົ່າກັບ 90.6% ຂອງແຜນການ 5 ປີ, ເຮັດໃຫ້ກົດໝາຍມີຄວາມເປັນລະບົບຄົບຊຸດເທື່ອລະກ້າວ. ມາຮອດປັດຈຸບັນ, ປະເທດເຮົາມີກົດໝາຍທັງໝົດ 176 ສະບັບ ໄດ້ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ; ອັນພົ້ນເດັ່ນແມ່ນ ສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາລັດຖະທໍາມະນູນ ສະບັບປັບປຸງປີ 2025 ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງລະບົບອໍານາດລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສອດຄ່ອງກັບສະພາບການໃນໄລຍະໃໝ່ ເຊິ່ງໃນນັ້ນ ກໍໄດ້ປັບປຸງການເຄື່ອນໄຫວຂອງລະບົບການປົກຄອງທ້ອງຖິ່ນໃຫ້ສອດຄ່ອງກັບຄວາມຕ້ອງການແຫ່ງການພັດທະນາ.
ຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການສ້າງ ແລະ ປັບປຸງກົດໝາຍ ໃຫ້ຮັບປະກັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ ເພື່ອກໍານົດເປັນເນື້ອໃນຂອງກົດໝາຍ ແລະ ວາງມາດຕະການທາງກົດໝາຍ ແນໃສ່ເຮັດໃຫ້ແນວທາງໄດ້ຮັບການຈັດຕັ້ງປະຕິບັດ; ຕິດຕາມຊຸກຍູ້ການສ້າງ ແລະ ປັບປຸງກົດໝາຍ ໃຫ້ໄປຕາມແຜນການທີ່ວາງໄວ້, ໃຫ້ໄປຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ; ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າຮ່ວມຂະບວນການສ້າງ ແລະ ປັບປຸງກົດໝາຍ ເພື່ອນໍາເອົາຄວາມຄິດຄວາມເຫັນ, ຂໍ້ສະເໜີ, ບັນຫາຕ່າງໆ ທີ່ເປັນຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ ມາກໍານົດເຂົ້າເນື້ອໃນຂອງກົດໝາຍ, ເຮັດໃຫ້ກາຍເປັນກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ; ເອົາໃຈໃສ່ນໍາຮ່າງກົດໝາຍ ໄປທາບທາມ, ຮັບຟັງຄວາມຄິດຄວາມເຫັນຂອງພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນລາວບັນດາເຜົ່າ ເພື່ອເຮັດໃຫ້ກົດໝາຍມີຄວາມສອດຄ່ອງກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາຫຼາຍຂຶ້ນ. ພ້ອມກັນນັ້ນ, ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ລັດຖະບານ, ກະຊວງ, ອົງການ ໃນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍທີ່ກໍານົດໃຫ້ອອກນິຕິກໍາໃຕ້ກົດໝາຍ ໄດ້ອອກເປັນນິຕິກໍາໃຕ້ກົດໝາຍຢ່າງຄົບຖ້ວນ ເພື່ອເຮັດໃຫ້ການປະຕິບັດກົດໝາຍ, ເຂົ້າໃຈເນື້ອໃນຂອງກົດໝາຍ ເປັນຮູບປະທໍາຫຼາຍຂຶ້ນ ທັງສຶກສາອົບຮົມສະຕິສັງຄົມ ໃນການເຄົາລົບປະຕິບັດກົດໝາຍ, ເຮັດໃຫ້ກົດໝາຍນັບມື້ມີຄວາມສັກສິດ.
3. ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ປະກອບສ່ວນສຳຄັນແນວໃດແດ່ ໃຫ້ການພັດທະນາເສດຖະກິດ-ສັງຄົມ ໃນແຜນພັດທະນາແຫ່ງຊາດ ຄັ້ງທີ IX?
ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງໃນວັນທີ 21 ກຸມພາ 2021 ເຊິ່ງເປັນໄລຍະທີ່ສະພາບການຂອງພາກພື້ນ ແລະ ໂລກ ມີການຜັນແປໄປຢ່າງສັບສົນ ເປັນຕົ້ນ ການປະທະທາງທະຫານຢູ່ບາງຈຸດຂອງໂລກ, ການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະເທດຕ່າງໆໃນໂລກ ລວມທັງປະເທດເຮົາ; ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາຂອງສູນກາງພັກ, ຄວາມເປັນເຈົ້າການ ແລະ ບຸກບືນສູ້ຊົນຂອງຄະນະປະຈໍາສະພາແຫ່ງຊາດ, ການປະສານສົມທົບຢ່າງກົມກຽວຂອງລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນຂອງສະພາແຫ່ງຊາດ ໄດ້ຈໍານວນ 12 ຄັ້ງ, ມີຈໍານວນ 196 ເນື້ອໃນ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຈໍານວນ 106 ສະບັບ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນບ່ອນອີງທາງດ້ານນິຕິກໍາໃຫ້ແກ່ລັດຖະບານ, ອົງການຈັດຕັ້ງກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ.
ສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ. ພິເສດ ສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແນວທາງນະໂຍບາຍຂອງພັກ ລວມທັງການພິຈາລະນາຮັບຮອງເອົາການປັບປຸງກົດໝາຍຈໍານວນໜຶ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມແນວທາງນະໂຍບາຍຂອງພັກ ແລະ ສອດຄ່ອງກັບສະພາບການໄລຍະໃໝ່.
ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ກໍໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ໃນການດໍາເນີນກອງປະຊຸມສະໄໝສາມັນ ຕາມກົດໝາຍກໍານົດ ເພື່ອພິຈາລະນຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນຕົນ; ດໍາເນີນກອງປະຊຸມສະໄໝວິສາມັນ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຮີບດ່ວນຂອງທ້ອງຖິ່ນໃນແຕ່ລະໄລຍະ.
ສະພາປະຊາຊົນຂັ້ນແຂວງ ກໍໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ໃນການພິຈາລະນາຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ ເພື່ອເປັນບ່ອນອີງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການບໍລິຫານວຽກງານຂອງທ້ອງຖິ່ນຕົນ ທັງເປັນການຍົກບົດບາດຂອງສະພາປະຊາຊົນຂັ້ນແຂວງ ໃຫ້ນັບມື້ສູງຂຶ້ນ.
ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ມີຄວາມຫ້າວຫັນໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິ ບັດສອງວາລະແຫ່ງຊາດ; ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການພັດທະນາໂຄງລ່າງພື້ນຖານເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ; ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ອື່ນໆ ດ້ວຍຫຼາຍຮູບແບບ ທັງການຕິດຕາມກວດກາດ້ວຍການຈັດກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ; ຍັງມີການຕິດຕາມກວດກາຢູ່ໃນກອງປະຊຸມສະພາແຫ່ງຊາດ ດ້ວຍການຊັກຖາມ, ການປະກອບຄໍາເຫັນ ແລະ ທັງໄດ້ມີການແຕ່ງຕັ້ງຄະນະສະເພາະກິດລົງຕິດຕາມກວດກາ ແລະ ມີການຮັບຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ທີ່ສົ່ງເຖິງກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລ້ວສັງລວມໃຫ້ບັນດາພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ.
ສະພາປະຊາຊົນຂັ້ນແຂວງ ໄດ້ມີຄວາມເອົາໃຈໃສ່ຍົກສູງບົດບາດການເຄື່ອນໄຫວຕິດຕາມກວດກາຕາມກົດໝາຍກໍານົດ ດ້ວຍການເຂົ້າຮ່ວມປະກອບໃນຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ທີ່ເຄື່ອນໄຫວຢູ່ແຕ່ລະທ້ອງຖິ່ນ, ມີການຕິດຕາມກວດກາຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງແຕ່ລະຄັ້ງ, ມີການຮັບຄໍາຮ້ອງທຸກຂໍຄວາມເປັນທໍາ, ຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນຫາກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງໃນເຂດເລືອກຕັ້ງຕ່າງໆ ໄດ້ມີການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ຈຸດຕ່າງໆ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແຕ່ລະຄັ້ງ, ປຸກລະດົມປະຊາຊົນລາວບັນດາເຜົ່າ ໃນການເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ.
ສະພາແຫ່ງຊາດ ຊຸດທີ IX ໄດ້ຖືສໍາຄັນການເຄື່ອນໄຫວວຽກງານການຕ່າງປະເທດ ອັນພົ້ນເດັ່ນແມ່ນການເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບລັດຖະສະພາຕ່າງປະເທດ, ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນພາກພື້ນ ແລະ ສາ ກົນ, ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ, ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ສາກົນ; ພິເສດ, ສະພາແຫ່ງຊາດລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນທ້າຍປີ 2024 ແລະ ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ຢູ່ ສປປລາວ ໃນທ້າຍປີ 2023.
4. ທ່ານມີຄໍາຮຽກຮ້ອງຫຍັງແດ່ໃນໂອກາດກະກຽມໃຫ້ແກ່ການເລືອກຕັ້ງຄັ້ງນີ້?
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕຂອງປະຊາຊົນບັນດາເຜົ່າ ຕາມແນວທາງນະໂຍບາຍາຂອງພັກ ເຂົ້າໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ເປັນການນໍາໃຊ້ສິດຂອງພົນລະເມືອງຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ. ສະນັ້ນ, ການເລືອກຕັ້ງໃນວັນທີ 22 ກຸມພາ 2026 ຈຶ່ງຂໍໃຫ້ປະຊາຊົນລາວບັນດາເຜົ່າ ຖືເປັນໜ້າທີ່ການເມືອງທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ດັ່ງນີ້:
(1) ຂໍໃຫ້ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທີ່ມີອາຍຸຄົບ 18 ປີຂຶ້ນໄປ ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງພ້ອມພຽງຮຽງໜ້າ ເຮັດໃຫ້ການເລືອກຕັ້ງໃນວັນທີ 22 ກຸມພາ 2026 ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ສາມາດດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ເພື່ອເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ ຄົບມາດຕະຖານເງື່ອນໄຂ, ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(2) ທຸກໆຄະແນນສຽງຂອງພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ຈຶ່ງຂໍໃຫ້ຜູ້ມີສິດເລືອກຕັ້ງ ຂີດໝາຍບັດລົງຄະແນນສຽງເລືອກຕັ້ງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍ ຈຶ່ງຈະເຮັດໃຫ້ທຸກຄະແນນສຽງໄດ້ເປັນສ່ວນປະກອບສໍາຄັນໃຫ້ແກ່ການບູລະນະລັດປະຊາທິປະໄຕປະຊາຊົນຢ່າງແທ້ຈິງ.
(3) ສະເໜີໃຫ້ຄະນະກໍາມະການເລືອກຕັ້ງທຸກຂັ້ນ, ອໍານາດການປົກຄອງທຸກຂັ້ນ ນໍາພາການປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນກໍານົດເວລາຮ້ອຍສ່ວນຮ້ອຍ; ພ້ອມກັນນັ້ນ, ຂໍໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ, ພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນວັນເລືອກຕັ້ງ ໃຫ້ຮັບປະກັນຄວາມສະຫງົບປອດໄພຮ້ອຍສ່ວນຮ້ອຍ.
ໃນໂອກາດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ຈົ່ງພ້ອມໃຈນັດໝາຍພົບກັນຢູ່ໜ່ວຍປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ເພື່ອນໍາໃຊ້ສິດປະຊາທິປະໄຕອັນມີຄ່າຂອງຕົນ ເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ປະຕິບັດໜ້າທີ່ແທນຕົນຢູ່ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າ.
(ຂໍຂອບໃຈ)

