ບົດກ່າວຊົມເຊີຍ
ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,
ປະທານຄະນະສະມາຊິກສະຫະພັນລັດຖະສະພາສາກົນ ແຫ່ງ ສປປລາວ ເນື່ອງໃນໂອກາດວັນລັດຖະສະພາໂລກ ວັນທີ 30 ມີຖຸນາ 2025
………………………………………………………………….
ມື້ນີ້, ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄືວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889-30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນລະດັບໂລກໃນຄັ້ງນີ້.
ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາທົ່ວໂລກ 46,000 ຄົນ ໃນນັ້ນ ສະມາຊິກລັດຖະສະພາເພດຍິງ ກວມເອົາ 27.2% ແລະ ມີອົງການຈັດຕັ້ງສາກົນ ຫຼາຍກວ່າ 15 ອົງການ ທີ່ເປັນພາຄີ. ສະຫະພັນລັດຖະສະພາສາກົນ ມີຈຸດປະສົງເພື່ອເຮັດວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ເປັນເວທີສົ່ງເສີມສັນຕິພາບ, ປະຊາທິປະໄຕ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງແກ່ຊາວຫນຸ່ມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.
ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນປີ 2018 ໄດ້ມີການຮັບຮອງເອົາມະຕິ ໂດຍໄດ້ກໍານົດເອົາວັນທີ 30 ມິຖຸນາຂອງທຸກປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກ IPU ເພື່ອເປັນໂອກາດລະລຶກ ແລະ ຫວນຄືນການປະຕິບັດໜ້າທີ່ໃນຖານະເປັນອົງການຕົວແທນແຫ່ງສິດ-ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ.
ນັບແຕ່ ສປປລາວ ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆ ຂອງສະຫະພັນລັດຖະສະພາສາກົນ ເຊິ່ງເປັນການເຜີຍແຜ່ນະໂຍບາຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ຕໍ່ເວທີລັດຖະສະພາລະດັບໂລກ; ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ສະແດງທັດສະນະທີ່ສ້າງສັນ ຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄືຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ.
ພິເສດ, ໃນປີນີ້ ສະພາແຫ່ງຊາດລາວ ກໍໄດ້ກະກຽມເຂົ້າຮ່ວມກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດປະທານລັດຖະສະພາເພດຍິງໂລກ ຄັ້ງທີ 15 ເຊິ່ງຈະຈັດຂຶ້ນໃນທ້າຍເດືອນກໍລະກົດ 2025 ທີ່ເຈນີວາ, ປະເທດສະວິດເຊີແລນ ເຊິ່ງຈະເປັນໂອກາດປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັບຜູ້ນຳຂັ້ນສູງຂອງລັດຖະສະພາທີ່ມາຈາກທຸກພາກພື້ນທົ່ວໂລກ.
ຂ້າພະເຈົ້າ ຕີລາຄາສູງຕໍ່ຄຳຂວັນຂອງວັນລັດຖະສະພາໂລກໃນປີນີ້ ທີ່ວ່າ: “ບັນລຸຄວາມສະເໝີພາບຍິງ-ຊາຍ, ການຈັດຕັ້ງປະ ຕິບັດເທື່ອລະບາດກ້າວ (Achieving gender equality, action by action)” ເຊິ່ງມີຄວາມສໍາຄັນຫຼາຍໃນການຍົກສູງບົດ ບາດຂອງແມ່ຍິງ ໃນການມີສ່ວນຮ່ວມຢ່າງເຕັມສ່ວນ, ມີປະສິດທິຜົນ ແລະ ໄດ້ຮັບໂອກາດເທົ່າທຽມກັນ ສຳລັບການເປັນການນໍາໃນທຸກລະດັບ, ທຸກໜ້າວຽກ ແລະ ທຸກຕຳແໜ່ງ ໃນການຕົກລົງບັນຫາສໍາຄັນພື້ນຖານທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.
ສປປລາວ ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສະເໝີພາບຍິງ-ຊາຍ ດ້ວຍການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສະເພາະແມ່ນເປົ້າໝາຍທີ 5 (ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ) ເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຕ່ລະໄລຍະ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ (2021-2025) ໂດຍມີຈຸດປະສົງເພື່ອຮັບປະກັນສິດ ແລະ ການພັດທະນາສິດສະເໝີພາບຍິງ-ຊາຍ ລວມທັງຢຸດຕິທຸກຮູບການຈຳແນກຕໍ່ແມ່ຍິງໃນທຸກຂົງເຂດວຽກງານ, ຮັບປະກັນໃຫ້ແມ່ຍິງໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ.
ອີງຕາມຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຜ່ານມາ, ພວກເຮົາມີສະມາຊິກສະພາແຫ່ງຊາດເພດຍິງ 36 ທ່ານ ເທົ່າກັບ 21.95% ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ທີ່ເປັນເພດຍິງ 150 ທ່ານ ເທົ່າກັບ 30.48% ໂດຍຖືກຈັດຢູ່ໃນອັນດັບ 111 ຂອງໂລກ ແລະ ເປັນອັນດັບ 4 ຂອງອາຊຽນ, ເຊິ່ງໃນການເລືອກຕັ້ງທີ່ຈະມາເຖິງນີ້ ພວກເຮົາມີຄວາມຄາດຫວັງຢ່າງຍິ່ງວ່າ ຈະມີ ສສຊ ແລະ ສສຂ ເພີ່ມຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນເຖິງບົດ ບາດສຳຄັນໃນການປະກອບສ່ວນຕໍ່ປະເທດຊາດບ້ານເມືອງຂອງເອື້ອຍນ້ອງແມ່ຍິງລາວພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະສະພາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງ ຄົມ ແລະ ທຸກພາກສ່ວນ ສືບຕໍ່ຮ່ວມມືກັນເປັນເຈົ້າການສົ່ງເສີມບົດບາດຍິງ-ຊາຍ ໃນຂະບວນການຕັດສິນບັນຫາພາຍໃນປະເທດ, ລວມທັງເຂົ້າຮ່ວມມີທັດສະນະຕໍ່ບັນຫາໃນພາກພື້ນ ແລະ ສາກົນ, ພ້ອມທັງສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກດ້ານ ໃຫ້ມີຄວາມເຂັ້ມແຂງ ແລະ ມີການປະກອບສ່ວນທີ່ຫຼາຍຂຶ້ນ, ສູ້ຊົນໃຫ້ຈຳນວນແມ່ຍິງທີ່ຈະເປັນສະມາຊິກສະພາແຫ່ງຊາດເພດຍິງ ໃນຊຸດທີ X ບັນລຸ 30% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນແດ່ບັນດາທ່ານສະມາຊິກສະພາແຫ່ງຊາດ, ທ່ານຍິງ ແລະ ທ່ານຊາຍ ທັງຫຼາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງບັນດາທ່ານ.
ພ້ອມກັນຍົກສູງບົດບາດຂອງສະພາແຫ່ງຊາດ ໃນການກຳນົດຊາຕາກຳປະເທດ ແລະ ຂອງໂລກ ໃຫ້ມີຄວາມໝັ້ນຄົງທາງດ້ານສັນຕິພາບ ແລະ ມີຄວາມສີວິໄລ ຂຶ້ນໃນອະນາຄົດ.