ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ

ມ.ກ. 22, 2025 | ເຂດ 12 ຄຳມ່ວນ

    ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໃນຕອນບ່າຍວັນທີ 22 ມັງກອນນີ້, ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ; ຫຼັງຈາກຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ສານປະຊາຊົນແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປີ 2025 ຈາກທ່ານ ອຸດອນ ແກ້ວນາວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ທ່ານ ທອງເພັດ ຜຸຍຍະວົງ ປະທານສານປະຊາຊົນແຂວງຄຳມ່ວນ ຕາມວາລະດຳເນີນກອງປະຊຸມ ,ຈາກນັ້ນ, ທ່ານ ຄຳສຸກ ວັນທະວົງສາ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ສອງບົດລາຍງານດັ່ງກ່າວ ໂດຍສະເໜີບາງມາດຕະການເພີ່ມຕື່ມເພື່ອຮັບປະກັນໃຫ້ທິດທາງແຜນການໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້ດັ່ງນີ້:
ຕໍ່ວຽກງານອົງການໄອຍະການປະຊາຊົນແຂວງ
1.ຄະນະພັກ – ຄະນະນໍາ ຂອງ ອົງການໄອຍະການປະຊາຊົນແຂວງ ນໍາພາ-ຊີ້ນໍາ ການຈັດຕັ້ງໃນການຜັນຂະຫຍາຍທິດທາງແຜນການ ປີ 2025 ໃຫ້ເປັນແຜນການ, ແຜນງານອັນລະອຽດ, ຕິດຕາມຊຸກຍູ້ ອົງການໄອຍະການປະຊາຊົນແຂວງ – ເຂດ ແລະ ພະນັກງານໄອຍະການປະຈໍາເມືອງ ຈັດຕັ້ງປະຕິບັດ, ພ້ອມທັງມີການສະຫຼຸບລາຍງານໃຫ້ເປັນປົກກະຕິ ແນ່ໃສບັນລຸຄາດໝາຍທີ່ໄດ້ວາງໄວ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
2.ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຂວງ – ເຂດ, ພະນັກງານໄອຍະການ ປະຈໍາຢູ່ເມືອງ ທີ່ຍັງບໍ່ທັນສໍາເລັດຕາມແຜນການ, ພ້ອມທັງບໍາລຸງກໍ່ສ້າງພະນັກງານອົງການໄອຍະການປະຊາຊົນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ຄວາມຮູ້ຄວາມສາມາດ ໃຫ້ມີຄຸນນະພາບ ສູງຂຶ້ນກວ່າເກົ່າ;
3.ສືບຕໍ່ປັບປຸງກົນໄກ ແລະ ວິທີການ ໃນການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ; ການຕິດຕາມກວດກາການປະຕິບັດ ຄໍາຕັດສິນຂອງສານ ແລະ ການປະຕິ ບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ໂດຍສຸມໃສ່ແກ້ໄຂບັນຫາການກັກຂັງ ຜູ້ຖືກຫາ ແລະ ນັກໂທດ ທີ່ກັກຂັງເກີນວັນເວລາ ທີ່ກົດໝາຍກໍານົດໄວ້;
4.ຍົກສູງຄຸນນະພາບ ການຄົ້ນຄວ້າແກ້ໄຂຄະດີອາຍາ, ຄະດີແພ່ງ, ຄໍາຮ້ອງ ແລະ ຄໍາສະເໜີ ໃຫັບັນລຸຄາດໝາຍ 95%; ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການໂຕ້ແຍ່ງຢູ່ທີ່ປະຊຸມສານ ຮັບປະກັນການຕັດສິນຂອງສານເອົາຕາມຄໍາຖະແຫຼງ ໃຫ້ໄດ້ 95% ຂຶ້ນໄປ;
5.ເພີ່ມທະວີ ການຈັດຕັ້ງປະຕິບັດກົນໄກປະສານງານ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ມີປະສິດທິພາບ, ປະສິດທິຜົນ ແນ່ໃສ່ຍົກສູງຄວາມຮັບຜິດຊອບການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ນັບມື້ດີຂຶ້ນ.
ຕໍ່ວຽກງານສານປະຊາຊົນແຂວງ
1.ເພີ່ມທະວີ ຄວາມຮັບຜິດຊອບການ ນໍາພາ-ຊີ້ນໍາ ຂອງສານປະຊາຊົນແຂວງ, ເຂດ ໃນການຜັນຂະຫຍາຍທິດທາງແຜນການ ປີ 2025 ໃຫ້ເປັນແຜນການ, ແຜນງານອັນລະອຽດ ລວມທັງການສະຫຼຸບລາຍງານໃຫ້ເປັນປົກກະຕິ ແນ່ໃສບັນລຸຄາດໝາຍທີ່ໄດ້ວາງໄວ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
2.ເພີ່ມທະວີສຶກສາອົບຮົມ ການເມືອງ – ແນວຄິດ, ຈັນຍາບັນ, ຈັນຍາທໍາໃຫ້ແກ່ຜູ້ພິພາກສາ, ພະນັກງານ-ລັດ ຖະກອນ ຂອງສານປະຊາຊົນ ຕິດພັນກັບການບໍາລຸງສ້າງ, ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ຄວາມຮູ້ຄວາມສາມາດ, ວິທີການຄົ້ນຄ້ວາພິຈາລະນາຄະດີ, ຄວາມເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ ຮັບປະກັນໃຫ້ການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສານປະຊາຊົນແຂວງ – ເຂດ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ສາມາດປະຕິບັດໜ້າທີ່ມີຜົນສໍາເລັດດີ ຕາມກົດໝາຍກໍານົດໄວ້;
3.ຍົກສູງຄຸນນະພາບ ໃນການດໍາເນີນຄະດີຂອງສານປະຊາຊົນ ໂດຍສຸມໃສ່ຄົ້ນຄ້ວາປັບປຸງ ກົນໄກ, ຮູບການ ແລະ ວິທີການ ໃນການເກັບກຳ, ກວດກາ, ວິເຄາະ-ວິໃຈບັນດາຂໍ້ມູນ, ຫຼັກຖານຕ່າງໆ ໃນຄໍາຕັດສິນ ແລະ ຄໍາພິພາກສາ ທີ່ມີເນື້ອໃນບໍ່ຈະແຈ້ງ ຊຶ່ງເປັນສາເຫດໃຫ້ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ມີຄວາມຫຍຸ້ງຍາກ ຫຼື ບໍ່ສາມາດຈັດຕັ້ງປະຕິບັດໄດ້ ໃຫ້ມີຜົນສໍາເລັດຢ່າງເປັນຮູບປະທໍາ;
4.ການຄົ້ນຄວ້າ ພິຈາລະນາແກ້ໄຂຄະດີ ທີ່ເຂົ້າມາສານປະຊາຊົນຂັ້ນຕົ້ນ ແລະ ສານຂັ້ນອຸທອນ ໃຫ້ບັນລຸ 85 %, ອັດຕາການຂໍອຸທອນບໍ່ໃຫ້ເກີນ 15%, ຄູ່ຄວາມເຫັນດີຕາມ ຄໍາຕັດສິນ ຫຼື ຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ກວມເປີເຊັນສູງຂຶ້ນກວ່າປີຜ່ານມາ;
5.ເອົາໃຈໃສ່ຕີລາຄາປະເມີນຜູ້ພິພາກສາ ດີ-ເກັ່ງ ແລະ ມີຄຸນນະພາບ ໃຫ້ໄດ້ 85 % ຂອງຜູ້ພິພາກສາທັງໝົດ, ຄັດເລືອກ ແລະ ສອບເສັ່ງໃຫ້ໄດ້ຜູ້ທີ່ມີມາດຖານ ແລະ ເງຶ່ອນໄຂຄົບຖ້ວນ ຕາມກົດໝາຍກໍານົດໄວ້, ພ້ອມທັງຕິດຕາມກວດກາ ປະເມີນການປະຕິບັດໜ້າທີ ຜູ້ພິພາກສາ ຂອງສານປະຊາຊົນ ແຕ່ລະຂັ້ນຢ່າງເຂັ້ມງວດ.