ຕອນເຊົ້າວັນທີ 22 ມັງກອນ 2025, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ຮັບຟັງບົດລາຍງານຂອງອົງກວດສອບປະຈຳພາກກາງ2 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023 ແລະ ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງ ປີ 2024, ຈາກທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈຳພາກກາງ 2; ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ແລະ ລາຍງານຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານ ປະຈຳປີ 2022 ແລະ ແຜນການກວດກາຕາມຜົນກວດສອບແຜນງົບປະມານຂອງແຂວງ ປີ 2023, ຈາກທ່ານ ຄຳສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ; ຈາກນັ້ນ, ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນໄດ້ປະກອບຄໍາເຫັນຕໍ່ສອງບົດລາຍ ງານດັ່ງກ່າວ, ໂດຍມີບາງຂໍ້ສະເໜີໃຫ້ເອົາໃຈໃສ່ຕື່ມດັ່ງນີ້:

ຕໍ່ວຽກງານອົງການກວດສອບປະຈຳພາກກາງ 2
1.ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງແຂວງ ແກ້ໄຂບັນຫາທີ່ຄ້າງຄາ ແກ່ຍາວ ເປັນເວລາຫຼາຍປີ ເປັນຕົ້ນ: ການເກັບກູ້ຄືນ ໜີ້ຕ້ອງຮັບທີ່ກວດສອບເຫັນເພີ່ມ, ທາງດ້ານອາກອນ, ຊັບສິນ ແລະ ອື່ນໆ, ພ້ອມທັງແຍກບັນຊີ ຈໍານວນທີ່ສາມາດເກັບກູ້ຄືນ ແລະ ບໍ່ສາມາດເກັບກູ້ຄືນໄດ້ ເພື່ອໃຫ້ມີມາດຕະການແກ້ໄຂໃຫ້ຂາດຕົວ;
2.ເພີ່ມທະວີປະສານສົມທົບ ລະຫວ່າງ ອົງການກວດ ປະຈໍາພາກກາງ 2 ກັບ ອົງການກວດກາລັດແຂວງ ແລະ ພະແນກການເງິນແຂວງ ກວດຄືນລາຍຮັບ ແລະ ລາຍຈ່າຍທີ່ກວດເຫັນເພີ່ມໃຫ້ລະອຽດຊັດເຈນ ໂດຍແຍກໃຫ້ເຫັນຈຳນວນທີ່ສາມາດມອບເຂົ້າເປັນລາຍຮັບງົບປະມານແຫ່ງລັດ ແລະ ຈຳນວນຈົດຮັບ – ຈົດຈ່າຍ ແລ້ວຈັດສັນເຂົ້າແຜນງົບປະມານປະຈຳປີ 2025;
3.ເອົາໃຈໃສ່ຍົກສູງຄຸນນະພາບການກວດສອບ ໃຫ້ເຫັນໄດ້ດ້ານດີ ຄວນສົ່ງເສີມ, ດ້ານຫຍໍ້ທໍ້ ຄວນປັບປຸງແກ້ໄຂ ພ້ອມທັງຍົກໃຫ້ເຫັນສາຍເຫດ ຂອງການລະເມີດ ເພື່ອມີມາດຕະການຕ້ານ ແລະ ສະກັດກັ້ນຢ່າງເໝາະສົມ, ຖືກຕ້ອງ ແລະ ທັນການ;
4.ເອົາໃຈໃສ່ຊຸກຍູ້ການແກ້ໄຂຜົນຂອງການກວດສອບທີ່ໄດ້ກວດເຫັນໃນບົດສະຫຼຸບຂາດຕົວໃຫ້ທັນກັບເວລາ ບໍ່ໃຫ້ປະແກ່ຍາວຫຼາຍປີ.
ວຽກງານອົງການກວດກາລັດແຂວງຕໍ່
1.ສືບຕໍ່ປະສານສົມທົບ, ຊຸກຍູ້ ແລະ ຕິດຕາມການແກ້ໄຂຜົນກວດກາ ຕາມຜົນການກວດສອບ ທີ່ຍັງຄົງຄ້າງໃນໄລຍະຜ່ານມາ ໃຫ້ມີຜົນສໍາເລັດຫຼາຍຂຶ້ນ;
2.ປັບປຸງກົນໄກການປະສານງານຂອງ ອົງການກວດກາລັດແຂວງ ກັບ ອົງການສອບ ປະຈໍາພາກກາງ 2, ອົງການກວດກາລັດແຂວງ ກັບ ສະພາປະຊາຊົນແຂວງຄໍາມ່ວນ ໃຫ້ມີຄວາມກົມກຽວ ແລະ ຄ່ອງຕົວຫຼາຍຂຶ້ນກວ່າເກົ່າ;
3.ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ຂອງອົງການກວດກາລັດແຂວງ ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານກວດກາ ໃນໄລຍະໃໝ່.
4.ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ຍັງບໍ່ທັນບັນລຸຕາມມະຕິສະພາປະຊາຊົນຂັ້ນແຂວງ ໃນໄລຍະຜ່ານມາ ໂດຍບັນຈຸເຂົ້າແຜນການ ປະຈຳປີ 2025 ໃຫ້ບັນລຸຕາມແຜນ, ເພີ່ມທະວີການກວດກາ ຕາມຜົນການກວດສອບ ທີ່ອົງການກວດສອບ ປະຈຳພາກກາງ 2 ສົ່ງໃຫ້;
5.ປະສານສົມທົບກັບ ອົງການກວດສອບ ປະຈຳພາກກາງ 2 ໄຈ້ແຍກ ແລະ ສັງລວມຜົນການກວດກາ ມາຮອດປະຈຸບັນມີເທົ່າໃດ, ໄດ້ຮັບການແກ້ໄຂແລ້ວເທົ່າໃດ ແລະ ຍັງຄ້າງເທົ່າໃດ, ພ້ອມທັງ ຈັດສຳດັບຄວາມສຳຄັນໃນການແກ້ໄຂຜົນການກວດກາ ບັນຫາໃດຄວນແກ້ໄຂທັນທີ, ແກ້ໄຂໃນໄລຍະສັ້ນ, ກາງ ແລະ ຍາວ;
6.ຊຸກຍູ້ພາກສ່ວນທີ່ຖຶກກວດສອບ – ກວດກາ ໃຫ້ເອົາໃຈໃສ່ແກ້ໄຂຜົນຂອງການກວດສອບທີ່ໄດ້ກວດເຫັນໃນບົດສະຫຼຸບຂາດຕົວໃຫ້ທັນກັບເວລາ ບໍ່ໃຫ້ປະແກ່ຍາວຫຼາຍປີ.