(ສພຊ) ໃນວັນທີ 18 ກໍລະກົດ 2023 ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງລົງຄະແນນສຽງ ໃຫ້ 13 ເຂດເລືອກຕັ້ງຄື: ຜົ້ງສາລີ, ຫຼວງນ້ໍາທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ເຊິ່ງກ່າວມອບໂດຍທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ແລະ ຕາງໜ້າຮັບໂດຍ ບັນດາ ເລຂາທິການ-ຮອງເລຂາ ສະພາປະຊາຊົນແຂວງ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຕາງໜ້າບັນດາເຂດເລືອກຕັ້ງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຈະນໍາໃຊ້ອຸປະກອນດັ່ງກ່າວ ເຂົ້າໃນວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.![]()
![](https://na.gov.la/wp-content/uploads/2023/07/361589452_765366282259526_6536809148252132741_n.jpeg)
![](https://na.gov.la/wp-content/uploads/2023/07/361606537_765366872259467_2651808413258301989_n.jpeg)