ທ່ານ ສີສູນທອນ ສ.ຜາບມີໄຊ ແລະ ທ່ານ ອູ່ຄໍາ ຕຸລາພັນ ສສຊ ປະຈໍາເຂດເລືອກຕັ້ງ ທີ 2 ແຂວງຜົ້ງສາລີ ລົງຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫາງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ເມືອງໃໝ່ແຂວງຜົ້ງສາລີ ( ຈຸດເທດສະບານ, ບ້ານນາຄໍາ, ບ້ານສົບນ້າວ, ບ້ານສົບຮຸນ, ບ້ານປາງຫົກ ແລະ ຈຸດບ້ານແສນອາດ) ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 303ຄົນ, ຍິງ131 ຄົນ.
