(ສພຊ) – ວັນທີ 2 ທັນວາຜ່ານມາ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣະວາໂລບ ຮອງປະທານສະພາສູງ ແຫ່ງ ສະຫະພັນລັດເຊຍ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງສະຫະພັນລັດເຊຍ ມາເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ.
ໃນການພົບປະ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ຂອງທ່ານ ນິໂກລາຍ ຊູຣະວາໂລບ ແລະ ຄະນະ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ. ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ຜົນການພົບປະລະຫວ່າງທ່ານ ນິໂກລາຍ ຊູຣະວາໂລບ ແລະ ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຊິ່ງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນໃນການປະຕິບັດໜ້າທີ່ດ້ານນິຕິບັນຍັດ, ພ້ອມກັນທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງສອງອົງການນິຕິບັນຍັດ ກໍຄືສອງຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ, ລັດເຊຍ-ລາວ.

ທ່ານ ນິໂກລາຍ ຊູຣະວາໂລບ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານປະທານສະພາແຫ່ງຊາດ, ສະແດງຄວາມຊົມເຊີຍບັນດາຜົນສຳເລັດ ແລະ ຜົນງານທີ່ ສປປລາວ ຍາດມາໄດ້ຕະຫຼອດໄລຍະ 50 ປີທີ່ຜ່ານມາ ທັງອວຍພອນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ແຈ້ງໃຫ້ຊາບສະພາບການພົ້ນເດັ່ນຂອງລັດເຊຍ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມກັບຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ກໍຄືສອງອົງການນິຕິບັນຍັດ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ; ທ່ານ ນິໂກລາຍ ຊູຣະວາໂລບ ໄດ້ອວຍພອນໃຫ້ສະພາແຫ່ງຊາດລາວ ປະສົບຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມີຂຶ້ນໃນຕົ້ນປີໜ້ານີ້.
ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ຝາກຄໍາອວຍພອນໄຊອັນປະເສີດ ແລະ ເຊື້ອເຊີນທ່ານ ນາງ ວາເລັນຕິນາ ມັດວິຢຽນໂກ ປະທານສະພາສູງ ແຫ່ງ ສະຫະພັນລັດເຊຍ ມາຢ້ຽມຢາມ ສປປລາວ ໃນວັນເວລາທີ່ສອງຝ່າຍເຫັນວ່າມີຄວາມເໝາະສົມ.
ໃນຕອນທ້າຍ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມອບຫຼຽນກາທີລະນຶກ 50 ປີ ສະພາແຫ່ງຊາດລາວ ໃຫ້ແກ່ທ່ານ ນິໂກລາຍ ຊູຣາວະໂລບ.

ວັນດຽວກັນ, ທ່ານ ພົທ. ສຸວອນ ເລືອງບຸນມີ ກໍໄດ້ພົບປະສອງຝ່າຍກັບທ່ານ ນິໂກລາຍ ຊູຣະວາໂລບ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ລະຫວ່າງສອງອົງການນິຕິບັນຍັດ ກໍຄືລະຫວ່າງຄະນະມິດຕະພາບລັດຖະສະພາສອງປະເທດ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ໃຫ້ນັບມື້່ນັບເປັນຮູບປະທຳ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄື ລະຫວ່າງສອງອົງການນິຕິບັດຍັດ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ ແລະ ສົນທິສັນຍາ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການຂົນສົ່ງ, ການພັດທະນາຊັບພະຍາກອນມະນຸດ, ອຸດສາຫະກຳດ້ານພະລັງງານ ແລະ ອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ຕາມທ່າແຮງຕົວຈິງຂອງສອງປະເທດ; ສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

