ທາບທາມຮ່າງກົດໝາຍ 5 ສະບັບ.

ພ.ພ. 7, 2024 | ເຂດ 17 ອັດ​ຕະ​ປື

ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການທາບທາມໃສ່ຮ່າງກົດໝາຍ ແລະ ກົດໝາຍວ່າດ້ວຍການສ້າງນິຕິກໍາ, ຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ຈະແຈ້ງ ແລະ ສ່ອງຄອງກັບສະພາບຕົວຈິງ, ເພື່ອເປັນບ່ອນອີງທີ່ຈະນໍາເຂົ້າຄົ້ນຄວ້າ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ໃນວັນທີ 2 ພຶດສະພາ 2024 ນີ້. ສະພາປະຊາຊົນແຂວງ ອັດຕະປື ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍຈໍານວນ 5 ສະບັບ ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າອົງການກວດກາລັດ, ພະແນກກະສີກໍາ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພະນັກງານວີຊາການເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ກ່າວວ່າ: ຮ່າງກົດໝາຍທີ່ນໍາເຂົ້າທາບທາມໃນຄັ້ງນີ້ມີ ຮ່າງກົດໝາຍທີ່ປັບປຸງໃໝ່ຈໍານວນ 3 ສະບັບ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຫັດໄອວີ, ຮ່າງກົດໝາຍທີ່ສ້າງໃໝ່ມີຈໍານວນ 2 ສະບັບ: ກົດໝາຍວ່າດ້ວຍສະຫະກອນ ແລະ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ, ສະນັ້ນການສ້າງ ແລະ ປັບປຸງ ກົດໝາຍແມ່ນມີຄວາມສໍາຄັນຫຼາຍ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດລວມໝູ່ ແລະ ປະຊາຊົນ ທັງເປັນເຄື່ອງມືຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ.

ກອງປະຊຸມ, ຜູ້ຕາງໜ້າຈາກພະແນກການຂື້ນຜ່ານຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮັດໄອວີ, ກົດໝາຍວ່າດ້ວຍສະຫະກອນ ແລະ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ປະກອບຄວາມຄີດຄວາມເຫັນໃສ່ບັນດາມາດຕາ ແລະ ເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ, ຈະແຈ້ງ ແລະ ເຂົ້າໃຈງ່າຍ ເມື່ອໄດ້ຮັບຮອງ ແລະ ປະກາດໃຊ້ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

(ວິນັດ ສີສຸລາດ)

Arrow
START TYPING AND PRESS ENTER TO SEARCH