

ຈຸດປະສົງ, ກໍ່ເພື່ອປະຕິບັດຕາມແຈ້ງການຂອງເລຂາທິການສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດການທາບທາມຄຳເຫັນໃສ່ບັນດາກົດໝາຍ, ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ.


ກອງປະຊຸມ, ໄດ້ຮັບຟັງຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງສະເໜີຮ່າງກົດໝາຍ ວ່າດ້ວຍສະຫະກອນ(ສະບັບສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດ ລ້ອມ(ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ(ສະບັບປັບຸງ).


ຫຼັງຈາກນັ້ນ, ບັນດາທ່ານຜູ້ແທນກອງປະຊຸມ, ໄດ້ເຊີດຊູຄວາມຮັບຜິດຊອບການເມືອງຕົນຕາມການມອບໝາຍ, ປະຕິບັດສິດໜ້າທີ່ ແລະ ໄດ້ປະກອບຄໍາຄິດຄໍາເຫັນຕາມການສະເໜີ ແລະ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ເປັນຂະບວນ.





ກອງປະຊຸມດັ່ງກ່າວແມ່ນຈະດໍາເນີນ 2 ວັນຈຶ່ງຈະສໍາເລັດ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.