ທັດສະນະສຶກສາຢ້ຽມຢາມ ບໍລິສັດ ເບຍລາວ ຈຳກັດ

​ພ.ຈ. 7, 2025

(ສພຊ) – ວັນທີ 3 ພະຈິກຜ່ານມາ, ທ່ານ ບຸນຕາ ເທບພະວົງ ກຳມະການສໍາຮອງສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການວັດທະນະທຳ-ສັງຄົມ ພ້ອມດ້ວຍບັນດາທ່ານໃນ ຄປຈສພຊ, ຮອງປະທານກຳມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຮອງປະທານອົງການກາແດງລາວ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ທັດສະນະສຶກສາຢ້ຽມຢາມບໍລິສັດ ເບຍລາວ ຈຳກັດ ໂດຍການຕ້ອນຮັບຂອງທ່ານ ເຮັນຣິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະ.
ໃນການທັດສະນະຄັ້ງນີ້ ໄດ້ຮັບຟັງການນຳສະເໜີຜົນງານການເຄື່ອນໄຫວຂອງບໍລິສັດ ເບຍລາວ ຈຳກັດ ກໍຄືວຽກງານທີ່ພົ້ນເດັ່ນ, ການດຳເນີນໂຄງການຊ່ວຍເຫຼືອສັງຄົມ ແລະ ຄວາມຍືນຍົງ Together towards Zero and Beyone, ຜົນໄດ້ຮັບຈາກໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ໂດຍສະເພາະການປູກເຂົ້າບາເລ, ເຂົ້າໄກ່ນ້ອຍ ແລະ ເຂົ້າຈ້າວພັນລາວ ເຊິ່ງບໍລິສັດ ໄດ້ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນການຄົ້ນຄວ້າ, ພັດທະນາສາຍພັນເຂົ້າ, ປັດໄຈທີ່ສົ່ງຜົນກະທົບຕໍ່ເສດຖະກິດ ເຊັ່ນ: ການຈ້າງງານ, ການປະກອບທຶນ, GDP ແລະ ການຂະຫຍາຍສະມາຊິກປະກັນສັງຄົມ, ແນວທາງນະໂຍບາຍໃນການດຳເນີນທຸລະກິດໃຫ້ມີຄວາມຍືນຍົງ ແລະ ການວາງເປົ້າໝາຍສ້າງນະວັດຕະກຳໃໝ່.
ທ່ານ ບຸນຕາ ເທບພະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ບໍລິສັດ ເບຍລາວ ຈຳກັດ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຜົນງານພົ້ນເດັ່ນຕ່າງໆທີ່ບໍລິສັດໄດ້ປະກອບສ່ວນຕະຫຼອດມາ ໂດຍສະເພາະການປະກອບສ່ວນເສຍພັນທະອາກອນເຂົ້າງົບປະມານລັດ, ການປະກອບສ່ວນທາງດ້ານທຶນຮອນ ແລະ ຊັບສິນ ເຂົ້າໃນການຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອບັນເທົາທຸກຜົນກະທົບຈາກໄພພິບັດ, ການສົ່ງເສີມ ແລະ ພັດທະນາທາງດ້ານການສຶກສາ, ວິທະຍາສາດ ແລະ ກິລາ, ການປູກຝັງຜະລິດເຂົ້າ, ວຽກງານສາທາລະນະສຸກ ກໍຄືວຽກງານຮັກສາສຸຂະພາບ, ການພັດທະນາສີມືແຮງງານ ແລະ ສະຫວັດດີການສັງຄົມ; ທ່ານຍັງແຈ້ງໃຫ້ຊາບເຖິງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ບາງດ້ານຍັງມີຂໍ້ຫຍຸ້ງຍາກ ແລະ ບໍ່ທັນບັນລຸຕາມຄາດໝາຍວາງໄວ້ ເປັນຕົ້ນ: ການພັດທະນາສີມືແຮງງານທີ່ມີຄຸນນະພາບ ຍັງບໍ່ທັນຕອບສະໜອງກັບຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ການພັດທະນາແຫຼ່ງທ່ອງທ່ຽວ, ພື້ນຖານໂຄງລ່າງຍັງບໍ່ຕອບສະໜອງ. ພ້ອມກັນນັ້ນ, ກໍ ສະເໜີໃຫ້ສືບຕໍ່ຊ່ວຍເຫຼືອສັງຄົມດ້ານຕ່າງໆ ໃນຂົງເຂດວຽກງານວັດທະນະທຳ-ສັງຄົມ ໂດຍສະເພາະຂະຫຍາຍການຊ່ວຍເຫຼືອໃຫ້ແກ່ກຸ່ມຄົນພິການ, ກຸ່ມຄົນຜູ້ທຸກຍາກຜູ້ດ້ອຍໂອກາດ ເພື່ອສ້າງວຽກເຮັດງານທໍາ, ການໃຫ້ທຶນສົ່ງເສີມການສຶກສາຫຼາຍຂຶ້ນ, ການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ແລະ ສາທາ ໃນເຂດຊົນນະບົດເຂດຫ່າງໄກສອກຫຼີກ, ການສ້າງກິດຈະກຳສົ່ງເສີມທາງດ້ານສຸຂະພາບ.
ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ເຂົ້າຢ້ຽມຊົມຂະບວນການຜະລິດຕ່າງໆ ຂອງບໍລິສັດ ເບຍລາວ ຈຳກັດ.
(ນາງ ອາລິນ ສຸພິມມະປະດິດ)