



ໃນໂອກາດດຽວກັນ, ທ່ານ ນາງ ມະນີວັນ ເຢຍປາວເຮີ ໄດ້ຕາງໜ້າໃຫ້ຄະນະເລຂາທິການສະພາແຫ່ງຊາດ ກໍຄືຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ມອບໃບຍ້ອງຍໍໃຫ້ທະນາຄານພົງສະຫວັນ ເນື່ອງຈາກມີຜົນງານດີເດັ່ນໃນການຊ່ວຍເຫຼືອທຶນຊ່ວຍຜູ້ປະສົບໄພພິບັດໃນຄັ້ງນີ້ ໂດຍການຮັບຂອງທ່ານ ໄພບູນ ພົງສະຫວັນ.

(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)