(ສພຊ) – ຕອນສວາຍວັນອັງຄານທີ 2 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບຄອມພິວເຕີຕັ້ງໂຕະ 1 ໜ່ວຍ ຈາກຊາວໜຸ່ມຮາກຖານທະນາຄານສົ່ງເສີມກະສິກໍາ ແລະ ຄອມພິວເຕີຕັ້ງຕັກ 4 ໜ່ວຍ ຈາກທະນາຄານ ແຫ່ງ ສປປລາວ (ທຫລ) ລວມມູນຄ່າທັງໝົດ 42,715,000 ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານກະກຽມດໍາເນີນການເລືອກຕັ້ງ ສພຊ ຊຸດທີ X, ຕາງໜ້າມອບໂດຍທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ ແລະ ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ປອ. ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ ທຫລ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.
(ສອນສັກ ວັນວິໄຊ)