ຖະແຫຼງຜົນສຳເລັດກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ IV

ກ.ຍ. 22, 2025

ຕອນບ່າຍຂອງວັນທີ 18 ກັນຍາ 2025 ນີ້ ທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ຖະແຫຼງຜົນສຳເລັດກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ IV ໂດຍ ທ່ານໃຫ້ຮູ້ວ່າ ກອງປະຊຸມສະໄໝວິສາມັນຄັ້ງທີ5  ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ IVໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 18 ກັນຍາ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າວັນດຽວກັນ.

ກອງປະຊຸມສະໄໝວິສາມັນຄັ້ງທີ  5  ຂອງສະພາປະຊາຊົນແຂວງຊຸດທີ IV ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າ,ພິຈາລະນາ, ຮັບຮອງເອົານິຕິກຳທີ່ສຳຄັນຂອງແຂວງ ຈຳນວນ 2 ສະບັບຄື:      ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກໂຄງການພັດ ທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ;   ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍທີ່ຖືກຜົນກະທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຊ່ວງຜ່ານເມືອງຫຼວງນໍ້າທາ (ແຕ່ບ້ານເຕີຍ ຫາ ບ້ານບໍ່ເຕ່ນ) ແຂວງຫຼວງນໍ້າທາ.

ໃນນາມຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ທ່ານໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນພາຍໃນທົ່ວແຂວງຫຼວງນໍ້າທາ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ IV ຄັ້ງນີ້

ໂດຍ ນາງ ອຳພອນ ສີປະເສີດ