
ຕອນບ່າຍວັນອັງຄານ, ທີ 25 ພະຈິກ 2025, ທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ 04, ຮອງປະທານສະພາປະຊາຊົນແຂວງ, ໄດ້ຖະແຫຼງຕໍ່ສື່ມ່ວນຊົນຂອງແຂວງ ແລະ ສື່ຂອງສະພາປະຊາຊົນແຂວງວ່າ:
ຮຽນບັນດາທ່ານທີ່ນັບຖື, ຮັກແພງ!
ຂ້າພະເຈົ້າ ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ 04, ມີຄວາມຍິນດີ ແລະ ຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານການນໍາພັກ-ລັດ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ພີ່ນ້ອງຊາວແຂວງອຸດົມໄຊ ຮັບຊາບ ກ່ຽວກັບຜົນສໍາເລັດການເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 10 ຫາວັນທີ 21 ພະຈິກ 2025, ໃຊ້ເວລາ 10 ວັນ(ວັນລັດຖະການ), ໂດຍການເປັນປະ ທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ-ປະທານປະເທດ; ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ-ນາຍົກລັດຖະມົນຕີ, ບັນດາທ່ານການນໍາຂັ້ນສູງ, ບັນດາທ່ານສະມາຊິກລັດຖະບານ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ອະດີດສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດໄລຍະການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດ ໄດ້ປະຕິບັດພາລະບົດ ບາດສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໃນການສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການຄົ້ນຄ້ວາ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ; ພ້ອມດຽວກັນນັ້ນ ກໍ່ໄດ້ຮັບການຮ່ວມມື ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງລັດຖະບານ, ກະຊວງ, ອົງການ, ຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ການພິຈາ ລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດ ຕາມສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ ພິຈາລະນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດ ຈໍານວນ 8 ສະບັບ ດັ່ງນີ້:
1) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025), ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ບົດລາຍງານການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັັ້ນສູນກາງ ແລະ ທ້ອງຖິິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024;
2) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ;
3) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ;
4) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ;
5) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງ ອົງການກວດສອບແຫ່ງລັດ;
6) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນສູງສຸດ;
7) ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ອົງການໄອຍະການປະຊາຊົນສູງສຸດ;
8. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025). ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ຊຸດທີ X.
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິ ກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້ເຂົ້າໃຈ, ເປັນເຈົ້າການກະກຽມຄວາມພ້ອມວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ V ເພື່ອກ້າວໄປເຖິງການດໍາເນີນການເລືອກຕັ້ງ ໃນຕົ້ນປີ 2026 ບັນລຸຜົນສໍາເລັັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ຮັບຟັງການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.
ກອງປະຊຸມຍັງໄດ້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ ໃຫ້ແກ່ບັນດາກໍາມະການກົມການເມືອງ, ຄະນະເລຂາທິການ, ສະມາຊິກສະພາແຫ່ງຊາດ ຊຸດທີ I-IX, ລັດຖະມົນຕີ, ທຽບເທົ່າ, ເລຂາພັກນະຄອນ, ແຂວງ, ຮອງລັດຖະມົນຕີຮອງເລຂາພັກນະຄອນຫຼວງ, ແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ III-IV, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະພາປະຊາຊົນຂັ້ນແຂວງ ຍັງໄດ້ຮັບຫຼຽນໄຊແຮງງານ ຊັ້ນ I, ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສ້າຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ເພື່ອຢັ້ງຢືນຜົນສໍາເລັດການປະຕິບັດໜ້າທີ່ການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX, ໃນນີ້, ສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ຈໍານວນ 7 ທ່ານ, ຍິງ 1 ທ່ານ.
ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດ ຈໍານວນ 989 ສາຍ, ລວມທັງໝົດ ຈໍານວນ 525 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດປະສານສົມທົບກັບ ກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຕະຫຼອດໄລຍະດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ່ 04 ໄດ້ປະກອບຄໍາເຫັນ 13 ຄັ້ງ ແລະ ສໍາພາດຂ່າວອອກສື່ຕ່າງໆ 3 ຄັ້ງ.
ອີກເທື່ອໜຶ່ງຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ່ 04 ຂໍສະແດງຄວາມຂອບອົກຂອບໃຈຕໍ່ທຸກທ່ານ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ຕົ້ນຕະຫຼອດປາຍໂດຍຜ່ານສື່ຕ່າງໆ.
ສໍາລັບກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ຄາດກະວ່າຈະໄຂຂຶ້ນໃນທ້າຍເດືອນ ທັນວາ 2025.
ທ້າຍນີ້ ຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ຂໍອວຍພອນໄຊອັນປະເສີດໄປຍັງບັນດາທ່ານການນໍາພັກ-ລັດ, ພະນັກງານລັດຖະກອນ, ທະ ຫານ-ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ພີ່ນ້ອງຊາວແຂວງອຸດົມໄຊ ຈົ່ງມີສຸຂະພາບເຂັ້ມແຂງແຮງກ້າ, ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ, ມີຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ, ພ້ອມກັນສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິ່ງນີ້ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ຂໍຂອບໃຈ!
ພາບ/ຂ່າວ: ສະພາປະຊາຊົນແຂວງ.
