loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ

ຕ.ລ. 16, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 15 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ (ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ) ໃນໄລຍະແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ແລະ ທິດທາງແຜນການຮອດທ້າຍປີ 2025 ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີປະທານ-ຮອງປະທານກຳມາທິການ ສພຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຕາງໜ້າຄະນະປະສານງານກະຊວງປ້ອງກັນຄວາມສະຫງົບ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ພ້ອມດ້ວຍຕາງໜ້າຈາກຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້, ກໍເພື່ອເປັນການສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ ທັງເຮັດໃຫ້ຄະນະປະສານງານຊຸດໃໝ່ຂອງ 2 ກະຊວງ ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ບັນດາວຽກງານປະສານງານຂອງ 4 ພາກສ່ວນໃນໄລຍະຜ່ານມາ ແລະ ກຽມພ້ອມສືບຕໍ່ໃຫ້ການຮ່ວມມືໃນການປະສານງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ, ມີປະສິດທິຜົນສູງ ແລະ ຮັບປະກັນຄວາມເປັນເອກະພາບກ່ຽວກັບແຜນການປະ ສານງານແຕ່ນີ້ຮອດທ້າຍປີ 2025.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະສານງານໃນໄລຍະແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ທິດທາງແຜນການແຕ່ນີ້ຮອດທ້າຍປີ 2025; ບົດຄຳເຫັນຂອງຄະນະປະສານງານກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ຕໍ່ສະພາບການປະສານງານໃນໄລຍະຜ່ານມາ. ຈາກນັ້ນ, ໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ຂໍ້ສະເໜີຢ່າງກົງໄປກົງມາ ເຊິ່ງເປັນການຢັ້ງຢືນໃຫ້ເຫັນດ້ານດີ-ຜົນງານ ທີ່ຄະນະປະສານງານ 4 ພາກສ່ວນ ຍາດມາໄດ້ໃນໄລຍະຜ່ານມາ ທັງສ່ອງແສງໃຫ້ເຫັນບັນຫາດ້ານອ່ອນ-ຄົງຄ້າງ ຢ່າງມີພາວະວິໄສ ແລະ ສະເໜີທິດທາງ, ວິທີການ, ມາດຕະການ ເພື່ອປັບປຸງບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.

ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍຂໍ້ຕົກ ລົງຮ່ວມກັນ ໂດຍຫັນມາເປັນແຜນວຽກລະອຽດ ທັງມີການປະສານງານກັນຢ່າງກົມກຽວແຕ່ຫົວທີ ເພື່ອເປັນການປັບປຸງ, ກໍ່ສ້າງກອງກຳລັງ ແລະ ການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ພົວພັນປະສານງານໃນການຄົ້ນຄວ້າ, ວິເຄາະວິໄຈ ແລະ ແລກປ່ຽນຂໍ້ມູນຂ່າວສານ, ສະພາບການພົ້ນເດັ່ນ ຢ່າງປົກກະຕິ ດ້ວຍຫຼາຍວິທີ-ຮູບການ ຮັບປະກັນຄຸນນະພາບ, ທັນຕາມກຳນົດເວລາ ເພື່ອຄົ້ນຄວ້າວິທີການຕອບໂຕ້ ແລະ ແກ້ໄຂຢ່າງຖືກຕ້ອງ, ທັນການ; ເປັນເຈົ້າການຮ່ວມກັນເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານປະສານງານ ເພື່ອເປັນຂົວຕໍ່ໂດຍກົງໃນເວລາເຄື່ອນໄຫວວຽກງານ ຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມຊຳນານທາງດ້ານກົດໝາຍ ແລະ ວິຊາສະເພາະ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ; ປັບປຸງກົນໄກປະສານງານ, ແບບແຜນວິທີເຮັດວຽກ ກໍຄືແບບແຜນການປະສານງານເຊິ່ງກັນແລະກັນ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຮ່ວມກັນ, ຈຳກັດ ແລະ ອັດຕັນ ບັນຫາທີ່ເປັນຊ່ອງວ່າງໃຫ້ຫຼຸດລົງ; ເລືອກເຟັ້ນເອົາບຸກຄະລາກອນທີ່ຈະມາປະຈຳການປະຕິບັດໜ້າທີ່ ຢູ່ສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ຕ້ອງໃຫ້ໄດ້ຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີສະຕິຕໍ່ການຈັດຕັ້ງເຂັ້ມງວດ ແລະ ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ນອນ.

(ນາງ ອາລິນ ສຸພິມມະປະດິດ)