ຖອດຖອນບົດຮຽນວຽກງານຫ້ອງມູນເຊື້ອ

ກ.ພ. 25, 2026

(ສພຊ) – ວັນທີ 24 ກຸມພາ 2026 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຖອດຖອນບົດຮຽນກ່ຽວກັບການສ້າງຕັ້ງຫ້ອງມູນເຊື້ອ ລະຫວ່າງກົມສື່ມວນຊົນ, ຫ້ອງວ່າການສະພາແຫ່ງຊາດ ກັບ ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີທ່ານ ແກ້ວລະກາ ຊ້ອຍໄຊຍະ ຮອງຫົວໜ້າກົມສື່ມວນຊົນ, ທ່ານ ສົມສຳເລັດ ທະວີຄຳ ຮອງຫົວໜ້າກົມປະຊາສຳພັນ ພ້ອມດ້ວຍຄະນະພະແນກຂອງສອງພາກສ່ວນເຂົ້າຮ່ວມ.


ກອງປະຊຸມໄດ້ຮັບຟັງກ່ຽວກັບການສ້າງຕັ້ງຫ້ອງມູນເຊື້ອໃນໄລຍະກະກຽມຈົນຮອດປັດຈຸບັນ ເປັນຕົ້ນ: ໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນ, ການຊອກແຫຼ່ງງົບປະມານ, ການເກັບກຳຂໍ້ມູນ, ການຂຽນບົດປະຫວັດສາດ, ການຂຽນບົດບັນລະຍາຍ ແລະ ການອອກແບບໜ້າພຽງ ຈົນເຖິງການຂໍຄວາມຮ່ວມມືກັບລູກຫຼານອະດີດການນໍາ ເພື່ອຂໍຂໍ້ມູນຮູບພາບ ແລະ ວັດຖຸພັນຂອງຫ້ອງມູນເຊື້ອ ແລະ ປະຫວັດສາດສະພາແຫ່ງຊາດ; ຈາກນັ້ນ, ໄດ້ມີການແລກປ່ຽນ, ຖອດຖອນບົດຮຽນແຕ່ລະບັນຫາທີ່ມີຄວາມສົນໃຈ ແລະ ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງ ແລະ ມອບປຶ້ມທີ່ລະນຶກຂອງ ສພຊ ໃຫ້ຄະນະທີ່ມາແລກປ່ຽນອີກດ້ວຍ.


(ນາງ ນິດຕາ ຄຸນປາກດີ)