loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມການເຊາະເຈື່ອນຕາຝັ່ງແມ່ນ້ຳຂອງ

ມ.ກ. 4, 2024 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 04 ມັງກອນ 2024 ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ປະກອບມີ ທ່ານຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ຮອງປະທານກໍາມາທິການ ປກສ-ປກຊ ແລະ ບັນດາກົມບັນດາພະແນກການຂອງນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງ, ໄດ້ລົງເຄື່ອນໄຫວຕິດຕາມການ ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຕາມແລວແມ່ນໍ້າ ທີ່ເປັນຊາຍແດນລະຫວ່າງຊາດ ເຂດເມືອງສັງທອງ, ນະຄອນຫຼວງວຽງຈັນ.
ໃນໂອກາດນີ້ ທ່ານ ສັງວອນ ພົມມະສອນ, ຮອງເຈົ້າເມືອງ ເມືອງສັງທອງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງສັງທອງ ແລະ ພ້ອມດຽວກັນນັ້ນ ທ່ານ ພອນໄຊ ສຸລິຍະວົງ ຕາງໜ້າໃຫ້ແກ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບສະພາບການເຊາະເຈື່ອນຂອງຕາຝັ່ງແມ່ນໍ້າຂອງ ແລະ ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຂອບເຂດເມືອງສັງທອງ ໃຫ້ຮູ້ ວ່າ: ນະຄອນຫຼວງວຽງຈັນ ມີຂອບເຂດຊາຍແດນທີ່ຕິດກັບແມ່ນໍ້າຂອງນັບຕັ້ງແຕ່ປາກຫ້ວຍຈັນເມືອງສັງທອງ ຫາ ປາກຫ້ວຍສະພາຍ ເມືອງປາກງື່ມ ມີຄວາມຍາວທາງນໍ້າທັງໝົດ 182 ກິໂລແມັດ (ກມ), ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນມາຮອດປັດຈຸບັນສຳເລັດ 73,9 ກມ ເທົ່າກັບ 40,6% (ໃນ 73,9 ກມ ແຍກເປັນສອງແບບການກໍ່ສ້າງຄື: ກໍ່ສ້າງແບບລຽນຫີນຕາມສະຫຼົບ RipRap 51,355 ກມ, ກໍ່ສ້າງແບບຄັນຄູຫີນ Groy ຈໍານວນ 280 ຄັນຄູ ເທົ່າກັບ 22,545 ກມ) ຍັງບໍ່ທັນໄດ້ກໍ່ສ້າງ 108 ກມ. ສໍາລັບຂອບເຂດເມືອງສັງທອງ ແມ່ນມີແມ່ນໍ້າຂອງໄຫຼຜ່ານປະ ມານ 49 ກມ ນັບຕັ້ງແຕ່ປາກຫ້ວຍຈັນ ຫາ ບ້ານອ່າງໃຫຍ່; ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນໄລຍະຜ່ານມາຮອດປັດຈຸບັນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ 11,64 ກມ ໃນນີ້ ກໍ່ສ້າງແບບລຽນຫີນສະຫຼັບ 5,71 ກມ, ກໍ່ສ້າງແບບຄັນຄູຫີນ ຈໍານວນ 75 ຄັນຄູ ເທົ່າກັບ 5,93 ກມ, ຍັງບໍ່ທັນໄດ້ຮັບການກໍ່ສ້າງ 37,36 ກມ; ເຂດເມືອງສັງທອງ ແມ່ນມີເກາະ ດອນຂະໜາດນ້ອຍຈຳນວນຫຼາຍ ແລະ ມີດອນຂະໜາດໃຫຍ່ 1 ດອນ ຄືດອນກາງຂອງ, ມີລວງຍາວອ້ອມຮອບດອນ 12 ກມ ເນື້ອທີ່ປະມານ 467 ເຮັກຕາ. ຊຶ່ງທ່ານປະທານກໍາມາທິການ ກໍໄດ້ມີການແນະນໍາ ແລະ ແລກປ່ຽນບາງບັນຫາທີ່ຕິດພັນກັບການພັດທະນາ ໂດຍສະເພາະ ບັນຫາທີ່ຕິດພັນກັບການປ້ອງກັນຕາຝັ່ງເຈື່ອນ. ນອກຈາກນັ້ນ, ທ່ານປະທານກໍາມາທະການ ຍັງໄດ້ ແລກປ່ຽນກ່ຽວກັບ ການຂຸດຄົ້ນແຮ່ທາດພາຍໃນເມືອງ ຊຶ່ງ ຈະຕ້ອງໄດ້ມີການຄຸ້ມຄອງຢ່າງມີຈຸດສຸມ ແລະ ຕາມລະບຽບກົດໝາຍ.
ຈາກນັ້ນ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ໄດ້ເດີນທາງ ໄປ ມອບເຄື່ອງກອງນ້ຳສະອາດທີ່ໄດ້ຕິດຕັ້ງສຳເລັດແລ້ວ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ທີປຶກສາ ດາຊານ ສ.ເກົາຫຼີ ໃຫ້ແກ່ບ້ານນາຫອຍປັງ, ເມືອງສັງທອງ ນະຄອນຫຼວງວຽງຈັນ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)