ຕິດຕາມກວດການການຈັດຕັ້ງປະຕິບັດກົດໝາຍຢູ່ແຂວງສາລະວັນ

ສ.ຫ. 21, 2025

​(ສພຂ) – ວັນທີ 20 ສິງຫາຜ່ານມາ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຊິ່ງມີທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ທ່ານ ສີເຮັງ ຫອມສົມບັດ ປະທານຄະນະປະຈໍາສະພາປະຊາຊົນແຂວງ (ຄປຈສພຂ), ບັນດາທ່ານໃນ ຄປຈສພຂ, ຫົວໜ້າ-ຮອງຫົວພະແນກການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
​ ໃນກອງປະຊຸມ, ທ່ານ ສີເຮັງ ຫອມສົມບັດ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ແລະ ທິດທາງແຜນການໃນຕໍ່ໜ້າ; ການຈັດຕັ້ງປະຕິບັດ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ປະກອບຄໍາເຫັນຕໍ່ກັບການປະຕິບັດ 4 ກົດໝາຍຄື: ກົດໝາຍວ່າດ້ວຍການສ້າງນິຕິກຳ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ຈາກ 6 ພາກສ່ວນຂອງແຂວງ ເຊິ່ງເຫັນໄດ້ຜົນສໍາເລັດອັນພົ້ນເດັ່ນ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງບັນຫາທີ່ຈະຕ້ອງເພີ່ມທະວີການປັບປຸງແກ້ໄຂ.
​ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ປະກອບຄໍາຄິດເຫັນອັນເປັນປະໂຫຍດ ແລະ ເຕັມໄປດ້ວຍເນື້ອໃນສໍາຄັນ ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຊິ່ງຄໍາຄິດຄໍາເຫັນ, ຂໍ້ມູນ ແລະ ຂໍ້ສະເໜີຕ່າງໆ ຂອງທຸກພາກສ່ວນ, ຄະນະຮັບຜິດຊອບຈະນໍາໄປຄົ້ນຄວ້າເພື່ອເປັນຂໍ້ມູນປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ທ່ານຍັງສະເໜີໃຫ້ບັນດາທ່ານການນໍາອົງການປົກຄອງ, ສະພາປະຊາຊົນ, ພະແນກການ-ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ການປະຕິບັດ 4 ກົດໝາຍດັ່ງກ່າວ; ສ້າງແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍຂອງແຂວງ ແລະ ຂອງເມືອງ ເປັນແຕ່ລະໄລຍະ; ປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ, ມະຕິ, ດໍາລັດ, ຄໍາສັ່ງ ແລະ ນິຕິກຳໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງກັບການຄຸ້ມຄອງ, ນໍາໃຊ້ທີ່ດິນ ໃຫ້ມີຄວາມເຂັ້ມງວດ ທັງປະສານສົມທົບກັບບໍລິສັດຜູ້ລົງທຶນ ເພື່ອປະຕິບັດກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ແລະ ນິຕິກຳໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ສືບຕໍ່ປະຕິບັດກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ສະພາປະຊາຊົນ ແລະ ການນໍາຂອງແຂວງ ເອົາໃຈໃສ່ຕິດຕາມກວດກາ, ຊີ້ນໍາຢ່າງໃກ້ຊິດຕໍ່ພາກສ່ວນທີ່ກ່ຽວຂ້ອງ ໃນການປະຕິບັດ ແລະ ເຄົາລົບກົດໝາຍ.
​ ກ່ອນໜ້ານີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ພົບປະທ່ານ ປອ. ດາວວົງ ພອນແກ້ວ ເລຂາພັກແຂວງ, ເຈົ້າແຂວງສາລະວັນ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານໃນຄັ້ງນີ້.
(ຂ່າວ: ດີລໍາພົນ ພົມມະຈັນ, ພາບ: ຈັນທີ ດວງປັນຍາ)