ສະມາຊິກສະພາແຫງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດລາວທຽນຊື ພັດທະນາອຸດສະຫະກໍາມັນຕົ້ນ ຈໍາກັດຜູ້ດ່ຽວ ຢູ່ບ້ານໜອງຫີນ ເມືອງສາໜາມໄຊ ໃນວັນທີ 3 ມີນາ 2025, ໂດຍມີທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17, ຮອງປະທານສະພາປະຊາຊົນແຂວງ, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ,ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ສະພາແຫ່ງຊາດ, ສສຊ ປະຈໍາເຂດເລືອກຕັ້ງທີ 17, ພ້ອມຄະນະ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງສະໜາມໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໂດຍມີຜູ້ຕາງໜ້າບໍລິສັດໃຫ້ການຕ້ອນຮັບ.
ໂອກາດນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການດໍາເນີນໂຄງການໃນໄລຍະຜ່ານມາ, ໜ້າວຽກປະຈຸບັນ ແລະ ທິທາງແຜນການໃນຕໍ່ໜ້າ ພ້ອມທັງສົນທະນາແລກປ່ຽນກ່ຽວກັບບາງບັນຫາທີ່ມີຄວາມສົນໃຈ ໂດຍສະເພາະ ບັນຫາເລື່ອງທີ່ດີນ, ການມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ໂດຍຊອກໃຫ້ໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ, ຮັບປະກັນໃຫ້ໂຄງການດໍາເນີນໄປດ້ວຍຄວາມຖືກຕ້ອງ ຕາມຂັ້ນຕອນ ຕາມການອະນຸຍາດຂອງລັດຖະບານ ບົນພື້ນຖານລະບຽບກົດໝາຍ, ຮັກສາສິດຜົນປະໂຫຍດພາກລັດ, ໂຄງການ ແລະ ປະຊາຊົນ ໃຫ້ສົມເຫດ, ສົມຜົນ.
ສສຊ ປະຈໍາເຂດເລືອກຕັ້ງທີ 17 ກໍໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ ຄຽງຄູ່ກັນນີ້ສະເໜີໃຫ້ບັນດາບໍລິສັດ ເອົາໃຈໃສ່ຕິດຕາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນເຂດພັດທະນາໂຄງການ ໂດຍສົ່ງເສີມດ້ານການຜະລິດກະສິກໍາ, ພັດທະນາປັບປຸງພື້ນຖານໂຄ່ງລ່າງ ທີ່ເປັນທ່າແຮງຂອງທ້ອງຖິ່ນ ແລະ ອາຊີບອື່ນໆ ເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ ທີ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຊ່ວຍເປັນທ່າແຮງໃນການພັດທະນາທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາປ່າໄມ້, ເຂດນໍ້າແດນດິນ, ຟື້ນຟູປ່າ ແລະ ປູກປ່າທົດແທນຄືນ.
(ວິນັດ ສີສຸລາດ)