ຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງການປູກຫຍ້າລ້ຽງສັດ ຢູ່ທີ່ເມືອງພູຄູນ ແຂວງຫຼວງພະບາງ

ທ.ວ. 1, 2025


ໃນລະຫ່ວາງວັນທີ
19-20 ພະຈິກ 2025 ຢູ່ທີ່ຫ້ອງວ່າການເມືອງພູຄູນ  ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງວ່າດ້ວຍ ການຄຸ້ມຄອງການປູກຫຍ້າລ້ຽງສັດ ໂດຍການເປັນປະທານຂອງ ທ່ານ ສງຕັນ ໄຊລືຊົ່ງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ທອງເຊື່ອນ ອ້ວນທະວີນສັກ ປະທານຄະນະກຳມະການປົກຄອງ ເມືອງພູຄູນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 11 ເມືອງ 1 ນະຄອນ, ມີນັກວິທະຍາກອນທີ່ມາຈາກສະພາແຫ່ງຊາດພ້ອມດ້ວຍຄະນະຮັບຜີດຊອບໂຄງການ (CEGGA-Phase II), ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ພະນັກງານຊ່ວຍວຽກສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 8 ທ່ານ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ການຄຸ້ມຄອງການປູກຫຍ້າລ້ຽງສັດ ໂດຍທ່ານ ພອນໄຊ ວັນນະເດດ ຫົວໜ້າຂະ ແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ບົດຮຽນກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາຂັ້ນແຂວງ ໂດຍທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າ ກົມຕິດຕາມກວດກາໂຄສະນາ ແລະ ຕີລາຄາຄວາມໝາຍ,

ກໍາມາທິການກົດໝາຍສະພາແຫ່ງຊາດ, ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງຂັ້ນແຂວງໂດຍທ່ານ ໂອບີ້ ຈັນດາລາ ຮອງຫົວຫນ້າ ພະແນກຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກໍາ, ກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມຫມາຍກົດຫມາຍ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າເລິກເຊິ່ງ ກ່ຽວກັບການສ້າງ ແລະ ປັບປຸງນິຕິກຳ, ຂັ້ນຕອນ, ຮູບການ ແລະ ເນື້ອໃນ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການຕິດຕາມກວດກາການປະເມີຜົນຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ໃຫ້ເນື້ອໃນສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ທັງນີ້ກໍ່ເພື່ອແນ່ໃສ່ການຮັບຮອງເອົາບັນດານິຕິກໍາ ທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງເອົາໃນກອງປະຊຸມສະພາປະຊາຊົນແຂວງໃນຕໍ່ໜ້າ ໃຫ້ມີຄຸນະພາບດີຂຶ້ນກ່ວາເກົ່າ;ນອກນັ້ນໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ, ຄໍາເຫັນເພື່ອແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ຕໍ່ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ການຄຸ້ມຄອງການປູກຫຍ້າລ້ຽງສັດ ເປັນຕົ້ນແມ່ນ: ມາດຕາ 6, 12, 9, 10, 12, 13, 16 , 19 ແລະ ບັນຫາອື່ນໆ ທີ່ໄດ້ຮັບຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທໍາມະຊາດ ແລະ ບັນຫາຂໍ້ຂັດແຍ່ງ ຂອງປະຊາຊົນທີ່ຖືກຜົນກະທົບໃນໄລຍະຜ່ານມາໄດ້ຮັບການຟື້ນຟູຊີວິດການເປັນຢູ່ ໃຫ້ດີຂຶ້ນເປັນກ້າວໆ; ເຊິ່ງກອງປະຊຸມຝຶກອົບຮົມດັ່ງກ່າວນີ້ ໄດ້ຮັບການສະນັບສະໜູນ ທຶນຮອນຈາກໂຄງການ (CEGGA-Phase II)ຈາກສະພາແຫ່ງຊາດ.

ຂຽນຂ່າວ: ເຂັມທອງ ດວງວິໄລແກ້