ຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ເພື່ອກຽມໃຫ້ບັ້ນເລືອກຕັ້ງຢູ່ແຂວງອຸດົມໄຊ

ກ.ພ. 22, 2026

(ສພຊ) – ກອງປະຊຸມຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ແລະ ບັນຍາກາດກ່ອນການດໍາເນີນການເລືອກຕັ້ງ ເພື່ອກະກຽມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2026 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ, ກຳມະການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ, ມີທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ຜູ້ປະຈໍາການຄະນະກໍາມະການເລືອກຕັ້ງຂັ້ນແຂວງ (ຄລຂ) ທັງເປັນຫົວໜ້າອະນຸກໍາມະການເລຂານຸການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທອງໄຊ ທໍ່ຈົງເລຍຈີ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ທັງເປັນກຳມະການອະນຸກຳມະການເລຂານຸການ ຂອງ ຄລຂ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສໍາຄັນໃນໄລຍະຜ່ານມາ ພ້ອມທັງແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາທາງດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ແລະ ຊອກຫາວິທີແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອຮັບປະກັນເຮັດໃຫ້ການເລືອກຕັ້ງຢູ່ແຂວງອຸດົມໄຊ ທີ່ຈະຈັດຂຶ້ນໃນວັນອາທິດທີ 22 ກຸມພານີ້ ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.