(ສພຂ) – ວັນທີ 25-26 ພະຈິກນີ້ ທີ່ເມືອງຄູນຄຳ ແຂວງຄໍາມ່ວນ, ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຝິກອົບຮົມຍົກສູງຂີດຄວາມສາມາດການຕິດຕາມກວດກາ, ຊຸກຍູ້, ການເກັບກຳຂໍ້ມູນ ຄຳຮ້ອງຂໍຄວາມເປັນທຳ ແລະ ການລາຍງານຜົນຂອງການຕິດຕາມກວດກາຄຳຮ້ອງຂໍຄວາມເປັນທຳ ຕໍ່ຄະນະປະຈຳສະພາປະຊາຊົນຂັ້ນແຂວງ (ຄປຈສພຂ) ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ), ເລຂາພັກເມືອງ ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ; ເຂົ້າຮ່ວມເປັນວິທະຍາກອນຂອງທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ແລະ ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ; ມີບັນດາທ່ານຮອງປະທານ ແລະ ກຳມະການ ຄປຈສພຂ, ເລຂາພັກເມືອງ, ສສຂ ປະຈໍາເຂດເລືອກຕັ້ງ 10 ເມືອງ ແລະ ພະນັກງານເສນາທິການຊ່ວຍວຽກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາກອງປະຊຸມ, ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເລຂາພັກເມືອງຄູນຄຳ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດພິເສດທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງເມືອງ ໃນໄລຍະ 10 ເດືອນຂອງປີ 2025. ຈາກນັ້ນ, ໄດ້ຮັບຟັງການສະເໜີຂັ້ນຕອນ, ວິທີການ ແລະ ກົນໄກການປະສານສົມທົບ ໃນການລົງເຄື່ອນໄຫວຕິດຕາມກວດກາຄຳຮ້ອງຂໍຄວາມເປັນທຳ; ການລາຍງານຜົນຂອງການຕິດຕາມກວດກາກ່ຽວກັບຄຳຮ້ອງຂໍຄວາມເປັນທຳ ຕໍ່ຄະນະປະຈຳສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ ຈາກທ່ານ ຄຳແພງ ວິລະພັນ; ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ໃນຂົງເຂດຍຸຕິທຳ ຈາກທ່ານ ອຳໄພ ຈິດມານົນ. ຜູ້ເຂົ້າຮ່ວມໄດ້ຈັດແບ່ງກຸ່ມເພື່ອຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍສົມທຽບໃສ່ວຽກງານຕົວຈິງ, ແລກປ່ຽນບົດຮຽນ ແລະ ປະສົບການເຊິ່ງກັນແລະກັນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານທີ່ຕິດພັນກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສພຊ, ສພຂ ນັບມື້ນັບມີປະສິດທິພາບ.
ທ່ານ ບຸນມີ ພິມມະສອນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການເຝິກອົບຮົມ ເຊິ່ງຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນດ້ວຍຄວາມຕັ້ງໜ້າ; ວິທະຍາກອນ ກໍເອົາໃຈໃສ່ຖ່າຍທອດບົດຮຽນ ແລະ ສົມທຽບໃສ່ປະສົບການ ແລະ ພຶດຕິກໍາຕົວຈິງທີ່ມີຄວາມຫຼາກຫຼາຍ, ອຸດົມສົມບູນ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າ ໃຈຕໍ່ກັບຫົວຂໍ້ເລິກເຊິ່່ງຂຶ້ນຕື່ມ; ສຳລັບບັນຫາທີ່ຍົກຂຶ້ນມາແລກປ່ຽນນັ້ນ, ວິທະຍາກອນໄດ້ອະທິບາຍຊີ້ແຈງບົນພື້ນຖານຫຼັກການຂອງກົດໝາຍ, ບົດຮຽນ ແລະ ພຶດຕິກຳຕົວຈິງທີ່ມີປະສິດທິຜົນດີທີ່ໄດ້ປະຕິບັດຜ່ານມາ ເພື່ອຮັບປະກັນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນກົດໝາຍ ໃຫ້ມີຄຸນນະພາບດີ. ທ່ານຍັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜູ້ເຂົ້າຮ່ວມຈະນໍາເອົາເນື້ອໃນ ແລະ ບົດຮຽນຈາກກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນເປັນຮູບປະທໍາໃນວຽກງານຕົວຈິງ, ເປັນປະໂຫຍດສູງສຸດໃນການປະຕິບັດໜ້າທີ່ ແລະ ການຈັດຕັ້ງຂອງຕົນ.
ກອ ງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍແຜນການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II (CEGGA-PHASE II) ໂຄງການເຮວວິຕັດ (HELVETAS).
ຍົກສູງຄວາມສາມາດວຽກງານຄຳຮ້ອງຂໍຄວາມເປັນທຳ
