ຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ວຽກງານການຕ່າງປະເທດ

ມ.ສ. 1, 2025 | SlideMobile

(ສພຊ) – ວັນທີ 27-28 ມີນາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ), ກໍາມາທິການການຕ່າງປະເທດ ໄດ້ຈັດກອງປະຊຸມຝຶກອົບຮົມຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ແກ່ພະນັກງານ-ລັດຖະກອນທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ; ມີຮອງປະທານກໍາມາທິການການຕ່າງປະເທດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າຈາກກົມທີ່ກ່ຽວຂ້ອງພາຍໃນ ສພຊ ແລະ ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ (ເຂົ້າຮ່ວມທາງອອນລາຍ) ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ແກ່ພະນັກງານ-ລັດຖະກອນທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງເປັນການຍົກລະດັບຄວາມຮູ້ຄວາມເຂົ້າໃຈຕໍ່ກັບວຽກງານການຕ່າງປະເທດຂອງ ສພຊ ໂດຍສະເພາະແມ່ນການສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດຂອງບັນດາພະແນກຕ່າງໆ ຂອງກົມເສນາທິການ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.
ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບບາງບົດຮຽນໃນຂົງເຂດວຽກງານການຕ່າງປະເທດຈາກບັນດາຜູ້ຕາງໜ້າຂອງສອງກົມເສນາທິການ ໂດຍສະເພາະແມ່ນ: ການຍົກສູງທາງດ້ານເນື້ອໃນທີ່ຈະນຳເຂົ້າກອງປະຊຸມຄົບຄະນະປະ ຈຳປີຂອງກຳມາທິການການຕ່າງປະເທດ, ພາລະບົດບາດໃນການເປັນເສນາທິການໃຫ້ແກ່ກົມພົວພັນລັດຖະສະພາສອງຝ່າຍ, ການກະກຽມດ້ານຕ່າງໆ ໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດລາວ ໃນການເຂົ້າຮ່ວມກອງປະຊຸມອົງການລັດຖະສະພາພາກພື້ນ ແລະ ສາກົນ, ປຶກສາຫາລືຕໍ່ຮ່າງຄຳແນະນຳ ແລະ ການເຜີຍແຜ່ວຽກງານການຕ່າງປະເທດ; ຈາກນັ້ນ, ໄດ້ພ້ອມກັນເປັນເຈົ້າການໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ປຶກສາຫາລື, ຍົກໃຫ້ເຫັນດ້ານດີ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ດ້ານຄົງຄ້າງ ເພື່ອມີມາດຕະການແກ້ໄຂ, ມີການຖອດຖອນແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນແຕ່ລະຫົວຂໍ້ທີ່ກ່າວມາຂ້າງເທິງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງກໍາມາທິການການຕ່າງປະເທດ ໄດ້ຮັບຜົນສຳເລັດຕາມພາລະບົດບາດຄວາມຮັບຜິດຊອບຢ່າງຈົບງາມ.