loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຊີ້ແຈງຕໍ່ຄຳຊັກຖາມ ການແກ້ໄຂບັນຫາໃບຕາດິນຊ້ຳຊ້ອນ ແລະ ການປ່ອຍນໍ້າເສຍໃນຕົວເມືອງ

​ພ.ຈ. 27, 2018 | ຂ່າວກອງປະຊຸມ

ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ 6  ຂອງສະພາແຫ່ງຊາດຊຸດ ທີ VIIIໃນວັນທີ 26 ພະຈິກ 2018  ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ  ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມ  ຂອງບັນດາສະມາຊິກສະພາແຫ່ງຊາດ,  ໂດຍສະເພາະແມ່ນບັນຫາໃບຕາດິນຊໍ້າຊ້ອນ,  ມົນລະພິດ ຂອງການປ່ອຍນ້ຳເສຍໃນຕົວເມືອງ,  ໂດຍສະເພາະນະຄອນຫລວງວຽງຈັນ ແລະ ຂີ້ເຫຍື້ອເອເລັກໂທຣນິກ.

ທ່ານ ສົມມາດ ພົນເສນາ ກ່າວວ່າ:  ການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ ເປັນຕົ້ນ  ການອອກໃບຕາດິນຊ້ຳຊ້ອນ,  ການຈັບຈ່ອງທີ່ດິນ, ການແບ່ງເຂດຄຸ້ມຄອງທີ່ດິນ  ລະຫວ່າງບ້ານກັບບ້ານ, ເມືອງ ກັບເມືອງ ທີ່ຜ່ານມາ  ຍັງບໍ່ທັນມີມາດຕະການ ແລະ ແຜນການລະອຽດ  ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ສຳເລັດໂດຍໄວ  ເພາະວ່າບັນຫາດັ່ງກ່າວ ມັນຕິດພັນກັບຜົນປະໂຫຍດ ຂອງຫລາຍພາກສ່ວນ.  ໃນນີ້ ການອອກໃບຕາດິນຊ້ຳຊ້ອນກັນ   ຈາກການເອົາໄປຄ້ຳປະ ກັນນຳບັນດາທະນາຄານທຸລະກິດ  ມີທັງໝົດຈຳນວນ 97 ກໍລະນີ. ໃນນີ້,  ທະນາຄານສົ່ງເສີມ 67 ກໍລະນີ,  ທະນາຄານພັດທະນາລາວ 23 ກໍ ລະນີ,  ທະນາຄານນະໂຍບາຍ 4 ກໍລະນີ,  ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 1 ກໍ ລະນີ,  ທະນາຄານເອັສທີ 1 ກໍລະນີ  ແລະ ທະນາຄານພົງສະຫວັນ 1 ກໍລະນີ.  ປັດຈຸບັນ, ຜ່ານການປະສານສົມທົບກັບທະນາຄານແຫ່ງ  ສປປ ລາວ ກ່ຽວກັບການກວດຄືນ ການນຳເອົາເອກະສານຕ່າງໆ  ທີ່ບໍ່ແມ່ນໃບຕາດິນ ມີທັງໝົດ 13.385  ລາຍການ ແລະ ໃບຕາດິນມີທັງໝົດ 411.934 ລາຍການ   ທີ່ໄດ້ນຳເອົາໄປຄ້ຳປະກັນ ນຳທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ  ໃນຂອບເຂດທົ່ວປະເທດ. ທ່ານ ກ່າວວ່າ: ເພື່ອແກ້ໄຂບັນຫາການບຸກລຸກ,  ການຈັບຈ່ອງທີ່ດິນແບບ ຊະຊາຍ ໃຫ້ມີຄວາມຈະແຈ້ງ  ທາງກະຊວງກໍໄດ້ເພີ່ມມາດຕາ 8 ວ່າດ້ວຍມາດຕະການ  ຕໍ່ການຈັບ ຈອງໃສ່ໃນຮ່າງກົດໝາຍວ່າດ້ວຍທີ່ດິນ  ສະບັບປັບປຸງ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາດັ່ງກ່າວ.  ພ້ອມທັງສະເໜີ ໃຫ້ລັດຖະບານກວດກາ  ແລະ ປະເມີນຄືນຜົນກະທົບທີ່ປະຊາຊົນໄດ້ຮັບ  ຈາກໂຄງ ການພັດທະນາໄຟຟ້າ,  ໂຄງການພັດທະນາບໍ່ແຮ່ ແລະ ສະເໜີ  ໃຫ້ມີແຜນພັດທະນາອາຊີບທີ່ໝັ້ນຄົງໃຫ້ເຂົາເຈົ້າ.  ພ້ອມກັນນີ້, ຍັງໄດ້ປະສານສົມທົບ ກັບທະນາຄານແຫ່ງ  ສປປ ລາວ ກ່ຽວກັບ ການ ອອກແຈ້ງການໃຫ້ລູກຄ້າ  ຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ  ເອົາໜັງສືຢັັ້ງຢືນກໍາມະສິດທີ່ດິນ,  ໃບເສຍພາສີທີ່ດິນ, ໃບແຜນທີ່ດິນຕ່າງໆ  ທີ່ບໍ່ແມ່ນໃບຕາດິນ ທີ່ໄດ້ເອົາໄປຄ້ຳປະກັນ ກູ້ຢືມເງິນນໍາ ທະນາ ຄານທຸລະກິດ  ແລະ ສະຖາບັນການເງິນຈຸລະພາກ  ເພື່ອດໍາເນີນການອອກໃບຕາດິນໃຫ້ຖືກ  ຕ້ອງຕາມຂັ້ນຕອນ ແນໃສ່ເປັນການຊຸກຍູ້ການອອກ ໃບຕາດິນໃນຂອບເຂດທົ່ວປະເທດ,  ຊຶ່ງທະນາ ຄານແຫ່ງສປປ ລາວ ໄດ້ອອກແຈ້ງການ  ໃຫ້ບັນດາ ທະນາ ຄານທຸລະກິດ  ແລະ ສະຖາບັນການເງິນຈຸລະພາກ ໃນຂອບເຂດທົ່ວປະເທດແລ້ວ  ຕາມແຈ້ງການສະບັບເລກທີ 494/ກຄທ,  ລົງວັນທີ 19 ມິຖຸນາ 2018.

ທ່ານ ສົມມາດ ພົນເສນາ ກ່າວຕື່ມວ່າ:  ສຳລັບການແກ້ໄຂບັນຫາມົນລະພິດ  ຂອງການປ່ອຍນ້ຳເສຍໃນຕົວເມືອງ,  ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍ ໃນການພັດທະນາຕົວເມືອງ ທີ່ປອດມົນລະພິດ  ກາຍເປັນຕົວເມືອງທີ່ສະອາດ, ສີຂຽວ  ແລະ ສີວິໄລ ຕິດພັນກັບວຽກງານ 3 ສ້າງ ແລະ  ການກໍານົດຍຸດທະສາດການພັດທະນາສີຂຽວ  ຄວນໃຫ້ມີການກໍານົດເວລາທີ່ແນ່ນອນ,  ເຊິ່ງກະຊວງຊັບພະຍາກອນທໍາມະຊາດ  ແລະ ສິ່ງແວດລ້ອມ  ໄດ້ສໍາເລັດການສ້າງຄູ່ມືແນະນໍາ  ແລະ ນໍາພາຈັດຕັ້ງປະຕິບັດ ຢູ່ 6 ເມືອງເປັນຕົ້ນ  ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ,  ເມືອງໄຊຍະບູລີ, ເມືອງວັງວຽງ,  ເມືອງປາກຊັນ ແລະ ນະຄອນໄກສອນ ພົມວິຫານ  ຊຶ່ງຈະໄດ້ສືບຕັ້ງຈັດຕັ້ງຜັນຂະຫຍາຍຢູ່ບັນດາເມືອງອື່ນໆ.