(ສພຊ) – ວັນທີ 25-29 ມິຖຸນານີ້ ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ), ຄະນະຊາວໜຸ່ມສະພາແຫ່ງຊາດ (ສພຊ) ນຳໂດຍສະຫາຍ ສົມບູນ ໂຄດໄຊ ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ເຂົ້າຮ່ວມງານບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດິຈິຕອນ”; ທັງນີ້, ກໍເພື່ອປະກອບສ່ວນສ້າງຂະບວນການ ແລະ ສະແດງຜົນງານການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ ສພຊ ຕິດພັນກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເຊິ່ງໄດ້ນຳເອົາບັນດາຮູບພາບ, ນິຕິກຳ ເປັນຕົ້ນລັດຖະທຳມະນຸນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຄູ່ມືທີ່ ສພຊ ສ້າງ, ຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຊາວໜຸ່ມຂອງ ສພຊ ວາງສະແດງຢູ່ໃນງານ, ເຂົ້າຮ່ວມເສວະນາໃນຫົວຂໍ້ “ຄວາມຝັນ ແລະ ຄວາມສ່ຽງ: ທາງເລືອກຂອງໄວໜຸ່ມລາວໃນຍຸກໂລກາພິວັດ” ແລະ ເຮັດກິດຈະກຳ ຖາມ-ຕອບ ແຈກຂອງລາງວັນ ໃນໄລຍະຈັດງານບຸນມະໂຫລານຄັ້ງນີ້.
ບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ ທັງເປີດໂອກາດໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກຂອງບັນດາຊາວໜຸ່ມ-ເຍົາວະຊົນ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນປະໂຫຍດ; ທົບທວນຄືນເຖິງຜົນງານ ແລະ ການປະກອບສ່ວນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລາວ) ແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ນໍາເອົາຜົນງານມາແລກປ່ຽນ, ຮຽນຮູ້ ເຊິ່ງກັນແລະກັນ ໂດຍຜ່ານເວທີສົນທະນາແລກປ່ຽນ ແລະ ແຂ່ງຂັນ. ພ້ອມນັ້ນ, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດຊາດຂອງຊາດ, ຂອງພັກ, ສະເຫຼີມສະຫຼອງ ແລະ ຊົມເຊີຍ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້; ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນ ໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ທາງດ້ານການເວົ້າທີ່ມີເນື້ອໃນ, ມີຫຼັກການບ່ອນອີງ ແລະ ກິດຈະກໍາຕ່າງໆ ເພື່ອພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງພັກຂອງຊາດ.
ພາຍໃນງານມີການວາງສະແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ງານວາງສະແດງຮູບພາບມູນເຊື້ອ 70 ປີ ຂອງຄະນະຊາວໜຸ່ມນະຄອນຫຼວງ, ນັກທຸລະກິດໜຸ່ມແຫ່ງຊາດ, ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງສູນກາງ ຊປປລາວ, ເວທີການສະແດງ, ເວທີສົນທະນາແລກ ປ່ຽນຄວາມຮູ້, ການແຂ່ງຂັນຂຽນບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງສະແດງສິນຄ້າອື່ນໆ; ນອກນີ້, ຍັງມີການແຂ່ງຂັນເກມກິລາ, ສິລະປະ ແລະ ການວາດພາບຂອງຫຼານນ້ອຍ ແລະ ອື່ນໆ.
ຊາວໜຸ່ມ ສພຊ ເຂົ້າຮ່ວມງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດ
