ຈະຮັບຮອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ

ມ.ນ. 30, 2026

(ສພຊ) – ຕອນບ່າຍວັນທີ 26 ມີນາຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ລາຍງານແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ X ເຊິ່ງມີດັ່ງນີ້:
​ 1. ດ້ານນິຕິບັນຍັດ
​ 1) ຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ແລະ ມີຄວາມຍືນຍົງ; ສູ້ຊົນສ້າງ ແລະ
ປັບປຸງກົດໝາຍ ໃຫ້ໄດ້ 91 ສະບັບ ໃນນີ້, ສ້າງໃໝ່ 20 ສະບັບ ແລະ ປັບປຸງ 71 ສະບັບ ເຊິ່ງກວມເອົາຂົງເຂດການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
​ 2) ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ໄປຕາມຂັ້ນຕອນ ແລະ ວິທີການ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ, ໃຫ້ຄວາມສໍາຄັນການນໍາເອົາຮ່າງກົດໝາຍໄປທາບທາມ ແລະ ປະເມີນຢ່າງກວ້າງຂວາງ ແລະ ແທດເຖິງເປົ້າໝາຍຕົວຈິງ ຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.
​ 3) ເປັນເຈົ້າການຄົ້ນຄວ້າ, ພິຈາລະນາ ການໃຫ້ສັດຕະຍາບັນແກ່ສົນທິສັນຍາຕ່າງໆ, ການເຂົ້າຮ່ວມເປັນພາຄີ, ການຍົກເລີກສົນທິສັນຍາ ທີ່ ສປປລາວ ເປັນພາຄີ ຢ່າງໜ້ອຍ 5 ສະບັບຂຶ້ນໄປ.
​ 4) ເອົາໃຈໃສ່ຄົ້ນຄວ້າຕີຄວາມໝາຍ, ອະທິບາຍລັດຖະທຳມະນູນ, ກົດໝາຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ.
​ 5) ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໃຫ້ກວ້າງຂວາງເລິກເຊິ່ງດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ໂດຍນໍາໃຊ້ສື່ມວນຊົນ, ສື່ສິ່ງພິມ ແລະ ສື່ອອນລາຍ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ.
​6) ເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການຜັນຫຍາຍເນື້ອໃນບາງມາດຕາຂອງກົດໝາຍ ເປັນນິຕິກຳໃຕ້ກົດໝາຍ ຢ່າງໜ້ອຍໃຫ້ໄດ້ 80% ຂອງບັນດາມາດຕາທີ່ກົດໝາຍກຳນົດໃຫ້ອອກເປັນນິຕິກຳຕ່າງຫາກ.
​2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ
​ 1) ຮັບປະກັນໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງປະເທດ, ຜົນປະໂຫຍດລວມຂອງປະເທດຊາດ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງໃຫ້ນັບມື້ດີຂຶ້ນ.
​ 2) ຮັບປະກັນໃຫ້ມີຄຸນນະພາບ, ສ່ອງແສງເຖິງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂຄງການການເມືອງ ສະບັບທີ 3 ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກວາງອອກແຕ່ລະໄລຍະ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ສະເພາະໜ້າ ຈະມີການພິຈາລະນາຮັບຮອງເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ.
​ 3) ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືແລກປ່ຽນ ແລະ ເອກະພາບກ່ຽວກັບເນື້ອໃນແຕ່ລະບັນຫາ, ມີການສະໜອງຂໍ້ມູນໃຫ້ຖືກຕ້ອງ, ຊັດເຈນ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ; ສູ້ຊົນໃຫ້ມີການຈັດກອງປະຊຸມຮ່ວມຢ່າງໜ້ອຍປີລະ 2 ຄັ້ງ ກັບຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ.
​ 3. ດ້ານການຕິດຕາມກວດກາ
​ 1) ຍົກສູງຄຸນນະພາບການຕິດຕາມກວດກາ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາອົງການຈັດຕັ້ງລັດທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍຜ່ານກອງປະຊຸມ ສພຊ ແລະ ສພຂ 2 ຄັ້ງຕໍ່ປີ; ຈັດຕັ້ງຄະນະລົງຕິດຕາມກວດກາໃນນາມ ຄປຈສພຊ, ກຳມາທິການ, ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຢ່າງໜ້ອຍ 30 ຄັ້ງຂຶ້ນໄປຕໍ່ປີ.
​ 2) ຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການລັດ ກໍຄືບຸກຄະລາກອນທີ່ ສພຊ ເລືອກຕັ້ງ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ໂດຍຕິດພັນກັບການປະເມີນຄວາມໄວ້ວາງໃຈ ຢ່າງໜ້ອຍໃຫ້ໄດ້ 1-2 ຄັ້ງ.
​ 3) ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ການລົງທຶນ; ການຈັດຕັ້ງປະຕິບັດການເຄົາລົບ ແລະ ປະຕິບັດກົດໝາຍຂອງບັນດາອົງການລັດ; ກວດກາການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ແລະ ການແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ 156 ຂອງກອງປະຊຸມ ສພຊ.
​ 4) ຕິດຕາມກວດກາບັນດາໂຄງການລົງທຶນຢູ່ເຂດເລືອກຕັ້ງຕ່າງໆ ທີ່ມີຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ທຳມະຊາດ, ຕໍ່ພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງໜ້ອຍປີລະ 5 ຄັ້ງຂຶ້ນໄປ.
​5) ຄົ້ນຄວ້າ ແລະ ພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ທີ່ສົ່ງເຂົ້າມາຫາ ສພຊ ໃຫ້ໄດ້ 80% ຂຶ້ນໄປ.
​4. ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ
​ 1) ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງ ສພຊ ແລະ ສພຂ, ສັບຊ້ອນບຸກຄະລາກອນທີ່ເປັນເສນາທິການ ໃຫ້ມີຄວາມສອດຄ່ອງກັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ ເພື່ອຮັບປະກັນຄຸນນະພາບຂອງການປະຕິບັດໜ້າທີ່ການເມືອງ.
​2) ເອົາໃຈໃສ່ບຳລຸງສ້າງ ແລະ ຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແລະ ພະນັກງານ-ລັດຖະກອນ ດ້ວຍການເຝິກອົບຮົມ, ສໍາມະນາ ແລະ ສົ່ງໄປບຳລຸງຍົກລະດັບຢູ່ພາຍໃນ ແລະ ຕ່າງປະ ເທດ 200 ເທື່ອຄົນຂຶ້ນໄປ.
​3) ຈັດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ ໃຫ້ແກ່ພະນັກງານວິຊາການໜຸ່ມນ້ອຍ ໃຫ້ໄດ້ປີລະ 1-2 ຊຸດ; ສົ່ງໄປເຝິກອົບຮົມຂັ້ນກາງ ແລະ ຂັ້ນສູງ ຢູ່ພາຍໃນ ແລະ ຕ່າງປະເທດ ປີລະ 5 ຄົນຂຶ້ນໄປ.
​ 4) ຄົ້ນຄວ້າ ແລະ ກຳນົດນະໂຍບາຍທີ່ຈຳເປັນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງ ສພຊ ແລະ ສພຂ ຕາມນະໂຍບາຍຂອງພັກ-ລັດທີ່ກຳນົດອອກແຕ່ລະໄລຍະ.
​ 5. ການເຄື່ອນໄຫວຕ່າງປະເທດ
​1) ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ ແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ.
​2) ກຳນົດແຜນການເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມ ແລະ ສອດຄ່ອງກັບຄວາມສາມາດດ້ານງົບປະມານ.
​3) ເສີມຂະຫຍາຍການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ເປີດກວ້າງການຮ່ວມມືໃນຂອບການພົວພັນຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍ ໃນປະເທດອາຊຽນ, ລັດຖະສະພາບັນດາປະເທດພາກພື້ນ ແລະ ສາກົນ ໂດຍມີການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນຂອງຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການ ແລະ ຫ້ອງວ່າການ ຂອງ ສພຊ ແລະ ສພຂ ຢ່າງໜ້ອຍປີລະ 30-50 ຄັ້ງຂຶ້ນໄປ.
​4) ເອົາໃຈໃສ່ບຳລຸງຍົກລະດັບດ້ານພາສາຕ່າງປະເທດໃຫ້ແກ່ ສສຊ, ສສຂ ແລະ ພະນັກງານເສນາທິການ ດ້ວຍການຈັດຊຸດເຝິກອົບຮົມພາສາອັງກິດ ແລະ ພາສາຫວຽດນາມ ຢ່າງໜ້ອຍປີລະ 2 ຊຸດ.
​ 5) ເອົາໃຈໃສ່ການຕິດຕາມ, ຄົ້ນຄວ້າ, ວິເຄາະ, ວິໄຈ ສະພາບການພາກພື້ນ ແລະ ສາກົນ ຢ່າງປົກກະຕິ ແລະ ລາຍງານໃຫ້ ສສຊ, ສສຂ ແລະ ພະນັກງານໃນຂົງເຂດສະພາ ຢ່າງທັນການ ເພື່ອເປັນເອກະພາບໃນການເອົາທັດສະນະໃຫ້ແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ.