ຄະນະສົງວັດໂນນສະຫວ່າງ ແລະ ຄປມ ສີສັດຕະນາກ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່

​ພ.ຈ. 26, 2025

(ສພຊ) – ຕອນສວາຍວັນທີ 26 ພະຈິກນີ້, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາຄະນະສົງຈາກວັດໂນນສະຫວ່າງ ເມືອງໄຊເສດຖາ ເຊິ່ງນຳໂດຍພຣະອາຈານ ຄຳຢາດ ສໍວົງຄຳໄຊ ເຈົ້າອະທິການວັດໂນນສະຫວ່າງ ພ້ອມດ້ວຍຄະນະສົງ, ສິດສານຸສິດ ແລະ ຕອນບ່າຍວັນດຽວກັນ ກໍໄດ້ຕ້ອນຮັບ ແລະ ນຳພາຄະນະກຳມະການປົກຄອງເມືອງ (ຄປມ) ສີສັດຕະນາກ ນະຄອນຫຼວງວຽງຈັນ ຈຳນວນ 103 ທ່ານ ເຊິ່ງນຳໂດຍທ່ານ ປອ. ທິນນະກອນ ທອງຄຳ ປະທານ ຄປມ ສີສັດຕະນາກ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນ ເຊື້ອ, ຫ້ອງປະຊຸມໃຫຍ່ ແລະ ງານວາງສະແດງສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975-2/12/2025).
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ໄດ້ມອບປຶ້ມທີ່ລະນຶກຈາກ ສພຊ ໃຫ້ທັງສອງ ຄະນະ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ເຮັດໃຫ້ຄະນະທີ່ມາຢ້ຽມຊົມ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ນາງ ນິດຕາ ຄຸນປາກດີ)