(ສພຊ) – ວັນທີ 16 ມີນາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍຄະນະມິດຕະພາບລັດຖະສະພາ ລາວ-ສ.ເກົາຫຼີ ໄດ້ຕ້ອນຮັບທ່ານ ອອມ ແທຢອງ ປະທານຄະນະມິດຕະພາບລັດຖະສະພາ ສ.ເກົາຫຼີ-ລາວ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ; ການມາຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ ກໍຄືຄະນະມິດຕະພາບລັດຖະສະພາ ລາວ-ສ.ເກົາຫຼີ, ສ.ເກົາຫຼີ-ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາໃຫ້ເປັນຮູບປະທຳຫຼາຍຂຶ້ນ.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວວຽກງານລັດຖະສະພາ ໃຫ້ກັນແລະກັນຊາບໂດຍສັງເຂບ ພ້ອມທັງປຶກສາຫາລືກ່ຽວກັບການສືບຕໍ່ພົວພັນຮ່ວມມືລະຫວ່າງຄະນະມິດຕະພາບລັດຖະສະພາ ລາວ-ສ.ເກົາຫຼີ, ສ.ເກົາຫຼີ-ລາວ ເພື່ອແລກປ່ຽນບົດຮຽນຕ່າງໆນໍາກັນ ໃນຂົງເຂດນິຕິບັນຍັດ, ການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ຂໍ້ຕົກລົງ ແລະ ໂຄງການ ທີ່ລັດຖະບານຂອງສອງປະເທດໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.

ໃນວັນດຽວກັນ, ປະທານຄະນະມິດຕະພາບລັດຖະສະພາ ສ.ເກົາຫຼີ-ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມມາແຕ່ດົນນານລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳຫຼາຍຂຶ້ນ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນຢ່າງປົກກະຕິ, ການຮ່ວມມືເພື່ອເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ; ພ້ອມກັນນັ້ນ, ສອງຝ່າຍກໍເຫັນດີສືບຕໍ່ໃຫ້ມີການພົວພັນຮ່ວມມືນໍາກັນໃນດ້ານຕ່າງໆ ທີ່ສອງປະເທດມີທ່າແຮງຮ່ວມກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ຂອງປະຊາຊົນສອງຊາດ.

ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາໄລເຕັກນິກ-ວິຊາຊີບ ທີ່ແຂວງຫຼວງພະບາງ, ຢ້ຽມຊົມສູນອົງຄະທຽມ (COPE) ທີ່ນະຄອນຫຼວງວຽງຈັນ ທີ່ເປັນໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA); ນອກນັ້ນ, ຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ທໍາມະຊາດ ຈຳນວນໜຶ່ງ ຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ກ່ອນເດີນທາງກັບຄືນປະເທດ.

