(ສພຊ) – ຕອບສະໜອງການເຊື້ອເຊີນຂອງທ່ານ ຈາຣ໌ກັນໄຊຄານ ດຳດິນຊູເຣນ (JARGALSAIKHAN DAMDINSUREN) ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ, ສະພາຄູຣານໃຫຍ່ ແຫ່ງປະເທດມົງໂກລີ; ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ມົງໂກລີ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດມົງໂກລີ ລະ ຫວ່າງວັນທີ 30 ກັນຍາ – 4 ຕຸລາ 2025 ຈຸດປະສົງແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີລະຫວ່າງ ລາວ-ມົງໂກລີ ກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ສະພາຄູຣານໃຫຍ່ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ, ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດສອງປະເທດ ແລະ ການແລກປ່ຽນຂໍ້ມູນຂ່າວສານໃນການເຄື່ອນໄຫວວຽກງານຂອງຄະນະມິດຕະພາບລັດຖະສະພາ ລາວ-ມົງໂກລີ, ມົງໂກລີ-ລາວ ທັງເປັນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນດ້ານການສຶກສາ, ການຄ້າ, ການລົງທຶນ, ກະສິກຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈນຳກັນ.
ວັນທີ 30 ກັນຍາ, ທ່ານ ພົຕ. ປອ. ວົງສັກ ພັນທະວົງ ແລະ ຄະນະ ໄດ້ພົບປະເຮັດວຽກສອງຝ່າຍກັບທ່ານ ດ. ຈາຣ໌ກັນໄຊຄານ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດສະໜົມ ເຊິ່ງສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ແຈ້ງສະພາບວຽກງານຂອງຕົນໃຫ້ກັນຊາບ; ພ້ອມນີ້, ຍັງໄດ້ຕີລາຄາສູງການພົວພັນຮ່ວມມືຂອງສອງປະເທດ, ສອງອົງການນິຕິບັນຍັດ ກໍຄືສອງຄະນະມິດຕະພາບ ທີ່ໄດ້ມີການແລກປ່ຽນການຢ້ຽມຢາມ, ຂໍ້ມູນຂ່າວສານ ແລະ ໂທລະເລກອວຍພອນຊົມເຊີຍເຊິ່ງກັນແລະກັນຢ່າງປົກກະຕິຕໍ່ເນື່ອງ; ສືບຕໍ່ພົວພັນທາງດ້ານການເມືອງທີ່ມີມູນເຊື້ອ ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການລົງທຶນ, ການຂົນສົ່ງ, ການສຶກສາ, ການທ່ອງທ່ຽວລະຫວ່າງສອງປະເທດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.
ວັນດຽວກັນ, ທ່ານ ພົຕ. ປອ. ວົງສັກ ພັນທະວົງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ນາງ ຄູເຣນບາຕາຣ໌ ບູນກັນຕູຢາ (Khurelbaatar BULGANTUYA) ຮອງປະທານສະພາຄູຣານໃຫຍ່ ເຊິ່ງສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງປະເທດໃຫ້ກັນຊາບ, ຕີລາຄາສູງສາຍພົວພັນມິດຕະພາບທີ່ດີມີມູນເຊື້ອມາແຕ່ດົນນານ ແລະ ການພົວພັນຮ່ວມມືທີ່ດີລະຫວ່າງ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ສະພາຄູຣານໃຫຍ່ ໃຫ້ນັບມື້ໄດ້ຮັບການຮັດແໜ້ນແທດຕົວຈິງຫຼາຍຂຶ້ນ. ທ່ານຮອງປະທານສະພາຄູຣານໃຫຍ່ ໄດ້ຕີລາຄາການຮ່ວມມືດ້ານການສຶກສາຂອງສອງປະເທດ ເຫັນວ່າໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍປັດຈຸບັນມີນັກສຶກສາລາວ 55 ຄົນ ພວມສຶກສາຢູ່ມົງໂກລີ ແລະ ນັກສຶກສາມົງໂກລີ 9 ຄົນ ພວມສຶກສາຢູ່ ສປປລາວ, ຕີລາຄາສູງຕໍ່ຄວາມພະຍາຍາມຂອງນັກສຶກສາລາວ ເຖິງວ່າພາສາມົງໂກລີເປັນພາສາທີ່ຍາກ ແຕ່ກໍໄດ້ບຸກບືນສຶກສາຮ່ຳຮຽນ ແລະ ຜ່ານຜ່າໄດ້; ພ້ອມກັນນີ້, ທ່ານຍັງໃຫ້ທິດຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ເປັນຕົ້ນແມ່ນການປະຕິບັດຕາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຂອງສອງສະພາທີ່ໄດ້ຮ່ວມກັນລົງນາມ, ເພີ່ມທະວີການຮ່ວມມືໃຫ້ເລີກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມກວດກາ ແລະ ຊຸກກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆທີ່ສອງປະເທດໄດ້ລົງນາມຮ່ວມກັນ ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄົມມະນາຄົມທາງອາກາດ ເພື່ອໃຫ້ມີຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ການໄປມາຫາສູ່ກັນໃຫ້ມີຄວາມສະດວກຍິ່ງຂຶ້ນ ກໍຄືການພັດທະນາຂອງສອງປະເທດ.
ນອກນີ້, ຄະນະຜູ້ແທນສະພາແຫ່ງຊາດ ຍັງໄດ້ພົບປະແບບບໍ່ເປັນທາງການກັບບັນດາທ່ານສະມາຊິກສະພາຄູຣານໃຫຍ່ທີ່ເປັນລັດຖະມົນຕີ ຄື: ລັດຖະມົນຕີກະຊວງຖະໜົນ ແລະ ການຂົນສົ່ງ ທັງເປັນປະທານຄະນະກໍາມະການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງລັດຖະບານ ມົງໂກລີ-ລາວ; ລັດຖະມົນຕີກະຊວງຄອບຄົວ, ແຮງງານ ແລະ ປ້ອງກັນສັງຄົມ; ລັດຖະມົນຕີກະຊວງຍຸຕິທຳ ແລະ ພາຍໃນ. ໄປຢ້ຽມຢາມພົບປະແລກປ່ຽນກັບທ່ານຜູ້ບັນຊາການທະຫານຊາຍແດນ, ຫົວໜ້າກົມໃຫຍ່ປ້ອງກັນຊາຍແດນ ຂອງກະຊວງຍຸຕິທຳ ແລະ ພາຍໃນ.
ລະຫວ່າງວັນທີ 2-4 ຕຸລາ, ໄດ້ເດີນທາງໄປຢ້ຽມຢາມພື້ນຖານການຜະລິດເສດຖະກິດ ແລະ ວັດທະນະທຳຈໍານວນໜຶ່ງ ຢູ່ນະຄອນຫຼວງອູລານບາຕໍ, ຢ້ຽມຢາມສະຖານທູດ ແຫ່ງ ສປປລາວ ປະຈຳປະເທດມົງໂກລີ ພ້ອມທັງພົບປະນັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ມົງໂກລີ, ບັນດາທ່ານອະດີດນັກການທູດ ແລະ ຊ່ຽວຊານມົງໂກລີປະຈໍາລາວຈຳນວນໜຶ່ງອີກດ້ວຍ.
ຄະນະມິດຕະພາບລັດຖະສະພາ ລາວ-ມົງໂກລີ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ມົງໂກລີ
