ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ເຄື່ອນໄຫວຢ້ຽມຢາມປະເທດຍີ່ປຸ່ນ

ຕ.ລ. 7, 2025

(ສພຊ) – ປະຕິບັດຕາມການເຊີນຂອງປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ຂອງສະພາຜູ້ແທນລາສະດອນຍີ່ປຸ່ນ, ຄະນະຜູ້ແທນຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ນໍາໂດຍທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 28 ກັນຍາ – 3 ຕຸລາ 2025 ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນດີງາມຂອງສອງປະ ເທດ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05/3/1955-05/3/2025).
ການເຄື່ອນໄຫວຄັ້ງນີ້, ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ພົບປະເຮັດວຽກສອງຝ່າຍກັບທ່ານ ນາງ ຊຶຈິຢະ ຊິນາໂກະ ປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ຂອງສະພາຜູ້ແທນລາສະດອນຍີ່ປຸ່ນ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ເຊິ່ງສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຄະນະມິດຕະພາບໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ; ເຂົ້າຢ້ຽມຂໍ່ານັບທ່ານ ນຶກາງະ ຟູກູຊິໂຣະ ປະທານສະພາຜູ້ແທນລາສະດອນຍີ່ປຸ່ນ, ຢ້ຽມຊົມຫໍສະພາປະເທດຍີ່ປຸ່ນ, ພົບປະແລກປ່ຽນບົດຮຽນກ່ຽວກັບການຕິດຕາມກວດກາວຽກງານຍຸຕິທໍາຂອງສະພາຍີ່ປຸ່ນ, ການສ້າງ ແລະ ປັບປຸງກົດໝາຍຂອງປະເທດຍີ່ປຸ່ນ ເຊິ່ງທັງສອງຝ່າຍໄດ້ມີການແລກປ່ຽນຄໍາເຫັນນໍາກັນຢ່າງກົງໄປກົງມາ; ນອກຈາກນີ້, ຍັງໄດ້ພົບປະທ່ານ ມາຍຢາຈິ ທາກຶມະ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ, ທັດສະນະສຶກສາແລກປ່ຽນບົດຮຽນຢູ່ແຂວງໄຊຕະມະ ໂດຍການຕ້ອນຮັບຂອງທ່ານ ຊິຣາໂຕະ ຢູກິຮິໂຕະ ປະທານສະພາແຂວງໄຊຕະມະ, ທ່ານ ໂອໂນະ ໂມໂຕຮິໂຣະ ເຈົ້າແຂວງໄຊຕະມະ ແລະ ທ່ານ ຊິມິສຶ ຮາຢາໂຕະ ເຈົ້ານະຄອນໄຊຕະມະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງນະຄອນໄຊຕະມະ. ຫຼັງຈາກນັ້ນ, ໄດ້ສືບຕໍ່ເດີນທາງໄປທັດສະນະຢູ່ເມືອງກຽວໂຕ ແລະ ເດີນທາງໄປຢ້ຽມຊົມງານວາງສະແດງ OSAKA EXPO 2025.
ການໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງປະເທດ ເວົ້າລວມ, ເວົ້າສະເພາະລະຫວ່າງສອງສະພາແຫ່ງຊາດ ກໍຄືຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.