ຄະນະມິດຕະພາບລັດຖະສະພາ

ຄະນະມິດຕະພາບລັດຖະສະພາ

      ຄະນະມິດຕະພາບລັດຖະສະພາລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາຂອງຕ່າງ ປະເທດ ແລະ ອົງການຈັດຕັ້ງລັດຖະສະພາສາກົນ ແມ່ນການຈັດຕັ້ງໜຶ່ງດ້ານການເມືອງ ຂອງສະພາແຫ່ງຊາດ, ຊຶ່ງສ້າງຕັ້ງຂຶ້ນ ໂດຍຄະນະປະຈຳສະພາແຫ່ງຊາດ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ໃນການປະສານງານ, ຄົ້ນຄວ້າບັນຫາ ແລະນຳສະເໜີທິດທາງ ໃນການຈັດຕັ້ງປະຕິບັດຕໍ່ຂັ້ນເທິງ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບລັດຖະສະພາໃຫ້ມີໝາກມີຜົນ, ນຳເອົາຜົນປະໂຫຍດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມມາໃຫ້ປະເທດຊາດ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ກໍ່ຄືການຮ່ວມມື ເພື່ອການພັດທະນາ ຢູ່ໃນຂົງເຂດພາກພື້ນ ແລະ ສາກົນ.

       ສະພາແຫ່ງຊາດ ຊຸດທີ IX ໄດ້ສ້າງຕັ້ງ ຄະນະມິດຕະພາບລັດຖະສະພາລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາຂອງຕ່າງປະເທດ ຈຳນວນ 22 ຄະນະ, ກວມເອົາ ຫຼາຍກວ່າ 30 ປະເທດ ຄື:

  1. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສສຫວຽດນາມ;
  2. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ;
  3. ຄະນະມິດຕະພາບລັດຖະສະພາ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນແຫ່ງ ສ.ກູບາ;
  4. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ;
  5. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ.ເກົາຫລີ;
  6. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະລັດຖະສະພາ ແຫ່ງ ລາຊະອານາຈັກກໍາປູເຈຍ;
  7. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ;
  8. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ປະເທດຍີ່ປຸ່ນ;
  9. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ສະຫະພັນຣັດເຊຍ;
  10. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ;
  11. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ສ.ເຊັກ;
  12. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ.ຮົງກາລີ;
  13. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ສະຫະຣາຊະອານາຈັກອັງກິດ;
  14. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ແຫ່ງ ສ.ຝຣັ່ງ;
  15. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ຂອງບັນດາປະເທດໃນຂົງເຂດອາຊຽນ;
  16. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງບັນດາປະເທດໃນຂົງເຂດສະຫະພາບເອີລົບ;
  17. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງສະຫະລັດອາເມຣິກາ ແລະ ການາດາ;
  18. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະລັດຖະສະພາຂອງບັນດາປະເທດໃນຂົງເຂດອາຊີຕາເວັນຕົກ;
  19. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງບັນດາປະເທດໃນຂົງເຂດອາຊີໃຕ້;
  20. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງບັນດາປະເທດໃນຂົງເຂດໂອເຊອານີ;
  21. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງບັນດາບັນດາປະເທດ ໃນຂົງເຂດອາເມຣິກາລາຕິນ;
  22. ຄະນະມິດຕະພາບລັດຖະສະພາ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຂອງບັນດາປະເທດໃນຂົງເຂດອາຟຣິກາ.