ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະພັກຮາກຖານສະພາປະຊາຊົນແຂວງ ແລະ ປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ ໄດ້ຈັດຂື້ນໃນວັນທີ 25 ກໍລະກົດ 2025. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ແຫວນຄໍາ ປະທຸມມະແສງ ເລຂາຄະນະພັກຮາກຖານສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.
ສະຫາຍ ແຫວນຄໍາ ປະທຸມມະແສງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງບາງຕອນໃຫ້ຮູ້ວ່າ: ຄະນະພັກຮາກຖານສະພາປະຊາຊົນແຂວງໄດ້ເອົາໃຈໃສ່ ໃນການຄົ້ນຄ້ວາ,ເຊື່ອມຊຶມ ແລະຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ແລະລະບຽບການຕ່າງໆຂອງພັກ-ລັດເຊັ່ນ: ໄດ້ຊຸກຍູ້ໃຫ້ຄະນະພັກຮາກຖານ ແລະຄະນະໜ່ວຍພັກຂຶ້ນກັບ,ສະມາຊິກພັກ,ພະນັກງານ-ລັດຖະກອນ,ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມກອງປະຊຸມປະຈຳປີ 2024 ທິດທາງແຜນການ2025ຂອງຄະນະເລຂາທິການສະພາປະຊາຊົນແຂວງ ; ເຂົ້າຮ່ວມຮັບຟັງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ຈໍານວນ 7 ຄັ້ງ, ແນໃສ່ເຮັດໃຫ້ສະມາຊິກພັກ,ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ເຂົ້າໃຈເຖິງມູນເຊື້ອ,ຄວາມອົງອາດກ້າຫານຂອງການປະຕິວັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ,ເຊື່ອໝັ້ນຕໍ່ການນຳພາ ແລະ ອຸດົມການຂອງພັກ,ມີຄວາມຕື່ນຕົວເປັນເຈົ້າການປະຕິບັດໜ້າທີ່ການເມືອງ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ,ສ້າງແນວຄິດປອດໃສກ້າວໜ້າຮັກສາໄດ້ຄຸນສົມບັດສິນທຳປະຕິວັດຕ້ານໄດ້ການໂຄສະນາບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ,ແນວຄິດຫຼາຍພັກຫຼາຍເຄົ້າ ,ມີຄວາມສາມັກຄີເປັນປຶກແຜ່ນ,ເປັນກຳລັງແຮງທີ່ສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ, ນອກຈາກນີ້ຄະນະພັກຍັງໄດ້ເອົາໃຈໃສ່ວຽກງານຕ່າງໆເປັນຕົ້ນ:ວຽກຄຸ້ມຄອງຕີລາຄາຄຸນນະພາບ-ແບ່ງປະເພດຂອງຄະນະພັກ,ສະມາຊິກພັກ, ວຽກງານຂະຫຍາຍພັກ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານກວດກາໜ່ວຍພັກ, ວຽກງານກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ວຽກງານວີຊາສະເພາະ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. ຈາກນັ້ນ, ໄດ້ຮັບຟັງບົດສະຫຼຸບການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະພັກຮາກຖານສະພາປະຊາຊົນແຂວງ. ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໃຫ້ບັນສະມາຊິກພັກ, ມີຄໍາຄິດຄໍາເຫັນໃສ່ຮ່າງເນື້ອໃນບົດສະຫຼຸບ ທີ່ຕິດພັນກັບຄວາມຮັບຜິດຊອບໜ້າທີ່ການເມືອງວຽກງານພັກ-ລັດ ເພື່ອພ້ອມກັນປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງ ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າ ມີຄວາມຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຂອງພັກ ແລະ ປະສົບຜົນສໍາເລັດຕາມຄາດໝາຍທີ່ວ່າງໄວ້.
ໃນກອງປະຊຸມຍັງໄດ້, ປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13/7/1909-13/7/2025) ແລະ ເຜີຍແຜ່ຄໍາແນະນໍາເລກທີ 03,04 ແລະ ການປະເມີນວຽກແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຜົນງານ 05ປີ.
(ວິນັດ ສີສຸລາດ)