
ວັນທີ 15 ພຶດສະພາ 2023 ນີ້, ທີ່ສະໂມສອນ ສະພາປະຊາຊົນແຂວງ ຄະນະພັກຮາກຖານ ສະພາປະຊາຊົນ ແຂວງ ເຊກອງ (ສພຂ) ໄດ້ດໍາເນີນກອງປະຊຸມກາງສະໄໝ ຄັ້ງທີ I ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ເຫລັກໄຫລ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງ ເຊກອງ, ມີສະຫາຍ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ປອ ແພງສີ ສີລະວີ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ນາງ ຄໍາເສັງ ທຸມມະວົງສາ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຮອງປະທານສະພາປະຊາຊົນແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າຈຸ-ຮອງຈຸ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທັງນີ້, ກໍເພື່ອເປັນການປະເມີນຄືນຄວາມຮັບຜິດຊອບການເມືອງ ຂອງຄະນະພັກ ກໍຄືບັນດາສະຫາຍຄະນະພັກຮາກຖານ ໃນໄລຍະຜ່ານມາ ຊຶ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຮາກຖານຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນຄື: ວັນທີ 15-16 ພຶດສະພາ 2023 ຈຶ່ງຈະສໍາເລັດ.