(ສພຊ) – ເມື່ອບໍ່ດົນມານີ້, ໂດຍຕອບສະໜອງຕາມການເຊີນຂອງສະມາຄົມມິດຕະພາບ ມຽນມາ-ລາວ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ມຽນມາ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງເນປີດໍ, ສສ ມຽນມາ.

ໃນໂອກາດນີ້, ສອງສະມາຄົມມິດຕະພາບ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ແລະ ທ່ານ ພົຈວ. ວິນ ມອງ (Win Maung) ປະທານສະມາຄົມມິດຕະພາບ ມຽນມາ-ລາວ ໂດຍມີເອກອັກຄະລັດຖະທູດລາວປະຈຳມຽນມາ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ, ມຽນມາ-ລາວ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ ເຊິ່ງກອງປະຊຸມໄດ້ສະຫຼຸບຕີລາຄາຜົນການພົວພັນຮ່ວມມືໃນໄລຍະປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂອງສອງສະມາຄົມ ເພື່ອເຄື່ອນໄຫວຮ່ວມກັນຕາມພາລະບົດບາດ ແລະ ເຜີຍແຜ່ໃຫ້ປະຊາຊົນສອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນໃຫ້ມີການໄປມາຫາສູ່, ພົວພັນຮ່ວມມື, ສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສສ ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລະດັບໃໝ່; ພ້ອມນີ້, ສະມາຄົມມິດຕະພາບ ລາວ-ມຽນມາ-ລາວ ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການພົວພັນການຮ່ວມມືໄລຍະ 5 ປີ (2026-2030) ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການພົວພັນຮ່ວມມື 2 ຝ່າຍໃນຕໍ່ໜ້າ.

ໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ຍັງໄດ້ຢ້ຽມຂໍ່ານັບທ່ານ ອູ ທັນ ສະເວ (U Than Swe) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ໂດຍທ່ານໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ອັນເປັນການເປີດກວ້າງການພົວພັນຮ່ວມມື, ຊຸກຍູ້ການພົວພັນການທູດປະຊາຊົນ ທັງເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດ ໂດຍສະເພາະສອງສະມາຄົມມິດຕະພາບ ໃຫ້ມີບາດກ້າວໃໝ່; ນອກນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາອັນພົ້ນເດັ່ນຂອງ ສສ ມຽນມາ ໃຫ້ຄະນະຜູ້ແທນຊາບ.ທ່ານ ຈັນທະວົງ ແສນອາມາດມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ, ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນຂອງສະມາຄົມມິດຕະພາບ ລາວ-ມຽນມາ ແລະ ຍິນດີສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ມຽນມາ-ລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບໃຫ້ນັບມື້ນັບດີຂຶ້ນ.
ນອກຈາກນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຈໍານວນໜຶ່ງ ຢູ່ນະຄອນຢ່າງກຸ້ງ ແລະ ນະຄອນຫຼວງເນປີດໍ ອີກດ້ວຍ.
(ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ)

