![](https://na.gov.la/wp-content/uploads/2022/06/286500028_2043583935829324_3676485514924451502_n.jpeg)
(ສພຊ) ວັນທີ 7 ມິຖຸນາ 2022 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະສານງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA Caucus) ຄັ້ງທີ 13 ພາຍໃຕ້ຫົວຂໍ້: “ການຮ່ວມມືທາງດ້ານເສດຖະກິດດິຈີຕອນໃນອາຊຽນ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19” ໂດຍການເປັນເຈົ້າພາບຂອງສະພາຜູ້ແທນລາຊະດອນ ແຫ່ງຣາຊະອານາຈັກໄທ ໃນຮູບແບບທາງໄກ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ເຊິ່ງມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ເລຂາທິການໃຫຍ່ໄອປາ, ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາໄອປາ ເຂົ້າຮ່ວມທັງໝົດ 62 ທ່ານ.![]()
![](https://na.gov.la/wp-content/uploads/2022/06/286949418_2043583972495987_8253829125880411372_n.jpeg)
ກອງປະຊຸມດັ່ງກ່າວ, ເປັນກົນໄກທີ່ສຳຄັນຂອງໄອປາ ໂດຍມີຈຸດປະສົງໃຫ້ບັນດາລັດຖະສະພາສະມາຊິກ ໄດ້ຮ່ວມກັນແລກປ່ຽນ, ທົບທວນຄືນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ທີ່ມີການຮັບຮອງເອົາຮ່ວມກັນໃນກອງປະຊຸມສະມັດຊາໃຫຍ່ໄອປາໃນແຕ່ລະປີ. ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ ປຶກສາຫາລືກັນຕໍ່ຫົວຂໍ້ ການຮ່ວມມືທາງດ້ານເສດຖະກິດດີຈີຕອນໃນອາຊຽນພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິ ຈຳນວນ 8 ສະບັບ ໃນຂົງເຂດວຽກງານການເມືອງ, ເສດຖະກິດ, ສັງຄົມ ແລະ ວຽກງານສະມາຊິກສະພາແຫ່ງຊາດເພດຍິງຂອງໄອປາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 42 ທີ່ບຣູໄນ ດາຣູຊາລາມ ເປັນເຈົ້າພາບ ໃນປີ 2021 ຜ່ານມາ.![]()
![](https://na.gov.la/wp-content/uploads/2022/06/286963636_2043583909162660_2878110523941276761_n.jpeg)
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ລາຍງານກ່ຽວກັບການຜັນຂະຫຍາຍ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາມະຕິຕ່າງໆຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 42 ຜ່ານມາ ເຊິ່ງສະພາແຫ່ງຊາດລາວ ໄດ້ຫັນເອົາບັນດາມະຕິດັ່ງກ່າວ ມາປັບໃຊ້ເຂົ້າກັບລະບຽບກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເພື່ອຊຸກຍູ້ການເສີມສ້າງຄວາມໝັ້ນຄົງທາງດ້ານໄຊເບີ ແລະ ການປົກປ້ອງຂໍ້ມູນທາງໄຊເບີ, ການສົ່ງເສີມຄວາມໝັ້ນຄົງຂອງມະນຸດ ໃນການນຳໃຊ້ລະບົບດີຈີຕອນຢ່າງເທົ່າທຽບກັນ, ການສົ່ງເສີມການທູດລັດຖະສະພາ ເພື່ອກ້າວໄປສູ່ປະຊາຄົມອາຊຽນ, ການນຳໃຊ້ລະບົບດີຈີຕອນຢ່າງເທົ່າທຽມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຂະໜາດນ້ອຍ ແລະ ກາງ (MSMEs) ແລະ ເສີມສ້າງຄວາມເຂັ້ມແຂງ ໃນການເຊື່ອມໂຍງເສດຖະກິດຈຸລະພາກ, ການຟື້ນຟູເສດຖະກິດຫລັງການແຜ່ລະບາດຂອງພະຍາດໂຄວິດ-19, ການນໍາໃຊ້ລະບົບດີຈີຕອນ ເຂົ້າໃນວຽກງານການຫລຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ການຫັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ລົງສູ່ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າໝາຍລະດັບຊາດມີປະສິດທິຜົນ ແລະ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງເພດຍິງ ໃນການປະຕິບັດໜ້າທີ່ວຽກງານໃນອະນາຄົດ ໂດຍຜ່ານການນໍາໃຊ້ລະບົບດີຈີຕອນ ແລະ ການເງິນ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດດີຈີຕອນໃນອາຊຽນ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສະພາແຫ່ງຊາດລາວໄດ້ມີການປັບປຸງນະໂຍບາຍ ແລະ ກົດໝາຍຫລາຍສະບັບ ພ້ອມທັງຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ 20 ປີ (2021-2040) ເຊິ່ງຈະເປັນປັດໄຈສໍາຄັນໃນການພັດທະນາເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.![]()
![](https://na.gov.la/wp-content/uploads/2022/06/286568582_2043583919162659_3700317362139029708_n.jpeg)
ໃນຕອນທ້າຍຂອງກອງປະຊຸມ ຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 13 ໂດຍການລົງລາຍເຊັນຜ່ານທາງອີເລັກໂຕນິກ ເຊິ່ງບົດລາຍງານດັ່ງກ່າວ ຈະຖືກນຳໄປລາຍງານໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43 ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ 2022 ນີ້, ທີ່ຣາຊະອານາຈັກກໍາປູເຈຍ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຕົກລົງເຫັນດີໃຫ້ ສສ.ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 14 ໃນປີ 2023.![]()
![](https://na.gov.la/wp-content/uploads/2022/06/286841669_2043583862495998_7059110406571836129_n.jpeg)
(ຂ່າວ: ກຳມາທິການຕ່າງປະເທດ, ພາບ: ກົງທະນູຄຳ ພິພັດເສລີ)