(ສພຊ) ໃນວັນທີ 18 ພຶດສະພາ 2022 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສະມາຊິກລັດຖະສະພາໜຸ່ມ ໃນຮູບແບບທາງໄກ ໂດຍການເປັນປະທານກອງປະຊຸມຂອງປະທານສະພາສູງ, ມີບັນດາສະມາຊິກລັດຖະສະພາໜຸ່ມຂອງສະຫະພັນລັດເຊຍ, ສປຈີນ, ອິນໂດເນເຊຍ ແລະ ສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດ (ປະເທດໃນກຸ່ມ CIS) ເຂົ້າຮ່ວມຫຼາຍກວ່າ 45 ທ່ານ. ກອງປະຊຸມຄັ້ງນີ້ ໂດຍການເປັນເຈົ້າພາບຂອງສະພາສູງແຫ່ງສະຫະພັນລັດເຊຍ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງຄະນະສະມາຊິກລັດຖະສະພາໜຸ່ມ ແຫ່ງ ສະພາສູງສະຫະພັນລັດເຊຍ ໂດຍມີຈຸດປະສົງ ເພື່ອສ້າງເວທີປຶກສາຫາລື, ແລກປ່ຽນບົດຮຽນ ແລະ ເພິ່ມທະວີການຮ່ວມມືກັນ ລະຫວ່າງສະມາຊິກລັດຖະສະພາໜຸ່ມ ແນໃສ່ບັນຫາ ແລະ ນະໂຍບາຍເພື່ອສົ່ງເສີມການພັດທະນາຊາວໜຸ່ມໃນຂະແໜງການຕ່າງໆ. ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ທີ່ເຂົ້າຮ່ວມໄດ້ນໍາສະເໜີບົດຮຽນຕໍ່ຫຼາຍບັນຫາສຳຄັນເຊັ່ນ: ບົດບາດການຮ່ວມມືສາກົນຂອງຊາວໜຸ່ມ ເພື່ອຍົກສູງຄວາມສາມັກຄີລະຫວ່າງຊົນຊາດ ແລະ ຊົນເຜົ່າ; ການປັບປຸງກົດໝາຍໃນສະພາບການໂລກທີ່ມີສິ່ງທ້າທາຍໃໝ່: ມຸມມອງຂອງນັກກົດໝາຍໜຸ່ມ; ການຫັນເປັນລະບົບດີຈີຕອນ ແລະ ການພັດທະນາລະບົບອຸດສາຫະກຳໄອທີ; ຊາວໜຸ່ມເປັນຜູ້ຂັບເຄື່ອນການພັດທະນາຊົນນະບົດ ແລະ ການສ້າງສຸຂະພາບທີ່ດີໃນສັງຄົມ ເຊິ່ງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການນຳສະເໜີບົດຮຽນ ແລະ ແລກປ່ຽນສົນທະນາກັນຢ່າງສ້າງສັນ ແລະ ກົງໄປກົງມາ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ດີ, ໄມຕີຈິດ, ມິດຕະພາບ ແລະ ການຮ່ວມມື.