ຄະນະຜູ້ແທນສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 151

ຕ.ລ. 28, 2025

(ສພຊ) – ວັນທີ 19-23 ຕຸລາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 151 ທີ່ ເຈນີວາ, ປະເທດສະວິດເຊີແລນ ໂດຍມີຄະນະຜູ້ແທນຫຼາຍກວ່າ 3,200 ຄົນ ຈາກ 135 ປະເທດ ທີ່ເປັນສະມາຊິກ IPU, ອົງການສະຫະປະຊາຊາດ, ຕົວແທນອົງການລັດຖະສະພາປະຈຳພາກພື້ນຈາກທົ່ວໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ຢຶດຖືບັນດາຫຼັກການດ້ານມະນຸດສະທຳ ແລະ ສະໜັບສະໜູນການປະຕິບັດງານດ້ານມະນຸດສະທຳໃນເວລາທີ່ເກີດວິກິດການ” (Upholding Humanitarian Norms And Supporting Humanitarian Action In Times Of Crisis)”. ນອກຈາກນັ້ນ, ຍັງມີກອງປະຊຸມກຸ່ມ ASEAN+3, ກອງປະຊຸມກຸ່ມອາຊີ-ປາຊີຟິກ, ກອງປະຊຸມຄະນະບໍລິຫານງານ IPU, ກອງປະຊຸມພົບປະຄະນະສະມາຊິກສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ແລະ ກອງປະຊຸມລະດັບກໍາມາທິການຕ່າງໆຂອງ IPU ທີ່ຈັດຂຶ້ນຄວບຄູ່ກັນໄປ ເຊັ່ນ: ເວທີປາໄສສະມາຊິກລັດຖະສະພາເພດຍິງ IPU; ກອງປະຊຸມກໍາມາທິການວ່າດ້ວຍສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ກຳມາທິການວ່າດ້ວຍການພັດທະນາແບບຍືນຍົງ, ກຳມາທິການວ່າດ້ວຍປະຊາທິປະໄຕ ແລະ ສິດທິມະນຸດ, ກຳມາທິການປະຈຳວ່າດ້ວຍວຽກງານອົງການສະຫະປະຊາຊາດ; ເວທີປຶກສາຫາລືຂອງສະມາຊິກລັດຖະສະພາໜຸ່ມ ແລະ ອື່ນໆ.
ໃນກອງປະຊຸມໃຫຍ່ຄົບຄະນະ, ບັນດາຫົວໜ້າຜູ້ແທນຈາກປະເທດຕ່າງໆ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ຂອງກອງປະຊຸມ ເຊິ່ງຍົກໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນໃນໂລກ ແລະ ບົດບາດສຳຄັນຂອງການຈັດຕັ້ງປະຕິບັດບັນດາຫຼັກການດ້ານມະນຸດສະທຳ, ຄວາມໝັ້ນຄົງ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງ. ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາປະເທດ ບຣູໄນ ດາຣູຊາລາມ ເຂົ້າເປັນສະມາຊິກໃໝ່ຂອງ IPU; ພ້ອມດຽວກັນນັ້ນ, ຍັງໄດ້ພິຈາລະນາຮັບຮອງເອົາບັນຫາຮີບດ່ວນທີ່ເປັນຄວາມກັງວົນຂອງປະຊາຄົມໂລກ ຄື: ການດຳເນີນການຂອງລັດຖະສະພາ​ໃນການຕ້ານ​ອາຊະຍາ​ກຳ​ຂ້າມ​ຊາດ, ອາຊະຍາ​ກຳ​ທາງ​ອິນ​ເຕີ​ເນັດ ​ແລະ ການ​ຂົ່ມຂູ່​ແບບ​ທາງກົງ ແລະ ທາງອ້ອມ ​ຕໍ່​ປະຊາທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດ.
ທ່ານ ຈັນທະວົງ ແສນອາມາດມົນຕີ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ໂດຍຍົກໃຫ້ເຫັນເຖິງຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນໃນການເສີມຂະຫຍາຍກົດໝາຍມະນຸດສະທໍາສາກົນ ແລະ ຮັບປະກັນຫຼັກການຂອງການປະຕິບັດດ້ານມະນຸດສະທໍາ, ໄດ້ຢືນຢັນທັດສະນະຂອງ ສປປລາວ ຕໍ່ສົນທິສັນຍາເຈນີວາ ແລະ ອະນຸສັນຍາເພີ່ມຕື່ມຂອງສົນທິສັນຍາດັ່ງກ່າວ, ໂດຍຮັບຮູ້ວ່າ ກົດໝາຍມະນຸດສະທຳສາກົນ ຈະບໍ່ເປັນພຽງຂອບວຽກທາງດ້ານກົດໝາຍເທົ່ານັ້ນ ແຕ່ຈະເປັນຂໍ້ຕົກລົງທີ່ມີສິນລະທຳຜູກພັນທຸກໆປະເທດ ພ້ອມທັ້ງສະແດງຄວາມຊົມເຊີຍບັນດາຜູ້ມີສ່ວນຮ່ວມດ້ານມະນຸດສະທຳ ແລະ ບັນດາພະນັກງານບັນເທົາທຸກ ຜູ້ທີ່ຍາມໃດກໍປະສົບກັບຄວາມສ່ຽງໃນການປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອເພື່ອກອບກູ້ເອົາຊີວິດ; ໃນຂະນະດຽວກັນ, ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ ແລະ ບົດບາດຂອງບັນດາລັດຖະສະພາ ໃນການຜັນຂະຫຍາຍບັນດາມາດຕະຖານດ້ານມະນຸດສະທຳ ເຂົ້າສູ່ລະບົບນິຕິກຳແຫ່ງຊາດ, ການຕິດຕາມ ແລະ ການຈັດສັນຊັບພະຍາກອນ ເພື່ອປົກປ້ອງຜູ້ທີ່ມີຄວາມສ່ຽງທີ່ສຸດ. ໃນນາມປະເທດທີ່ຢຶດໝັ້ນຕໍ່ຫຼັກການຢູ່ຮ່ວມກັນໂດຍສັນຕິ, ບໍ່ແຊກແຊງກິດຈະການພາຍໃນ ແລະ ການຮ່ວມມືສາກົນ, ສປປລາວ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍການປະຕິບັດຕາມບັນດາຫຼັກການມະ ນຸດສະທຳ, ບັນດາລັດຖະສະພາ ສາມາດຊ່ວຍຫຼຸດຜ່ອນ (ບັນເທົາ) ຄວາມທຸກທໍລະມານ; ໃນເວລາດຽວກັນ ກໍສາມາດສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ສຳລັບຄົນຮຸ້ນຕໍ່ໄປໃນອະນາຄົດ. ຕອນທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກ IPU ເພີ່ມທະວີການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ດ້ວຍການຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນເຂົ້າໃນທຸກຂົງເຂດວຽກງານ, ຍົກສູງຜົນປະໂຫຍດຮ່ວມກັນຂອງສັງຄົມ ບົນຈິດໃຈແຫ່ງຄວາມສາມັກຄີກົມກຽວເປັນເອກະພາບ ແລະ ການຮ່ວມມືສາກົນຍັງຄົງເປັນສິ່ງສຳຄັນ, ພ້ອມທັງເພີ່ມທະວີເຮັດບົດບາດຂອງຕົນໃນການຮັບຮອງເອົາບັນດາກົດໝາຍທີ່ສອດຄ່ອງກັບບັນດາຫຼັກການຂອງສາກົນ ແລະ ອີງໃສ່ສະພາບເງື່ອນໄຂຕົວຈິງພາຍໃນປະເທດ ແລະ ສົ່ງເສີມການທູດລັດຖະສະພາ ໃນການເຮັດໜ້າທີ່ເປັນຂົວຕໍ່ໃຫ້ແກ່ການປຶກສາຫາລືໃນໄລຍະວິກິດການຕ່າງໆ, ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື, ຍົກສູງບັນດາຫຼັກການດ້ານມະນຸດສະທຳ ເປັນເນື້ອໃນຈິດໃຈພື້ນຖານໃນຂອບວຽກດ້ານນິຕິກຳ ທີ່ປົກປ້ອງກຽດສັກສີຂອງມະນຸດ.
ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມກຸ່ມ ASEAN+3, ກອງປະຊຸມກຸ່ມອາຊີ-ປາຊີຟິກ ແລະ ກອງປະຊຸມພົບປະຄະນະສະມາຊິກສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງອີກດ້ວຍ.
ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປໃນບັນຍາກາດທີ່ສະພາບການຂອງໂລກມີຄວາມເຄັ່ງຮ້ອນ ແລະ ຮັບຮອງເອົາຫຼາຍມະຕິທີ່ກ່ຽວພັນກັບບັນຫາການເມືອງໂລກ, ກອງປະຊຸມໃຫຍ່ IPU ໄດ້ຮັບຮອງເອົາວັນເວລາ ແລະ ສະຖານທີ່ຈັດກອງປະຊຸມຄັ້ງທີ 152 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-19 ເມສາ 2026 ທີ່ ອິສຕັນບູລ, ປະເທດຕວັກກີ.