ສິດ ແລະ ພາລະບົດບາດຄະນະປະທານສະພາແຫ່ງຊາດ

ປະທານສະພາແຫ່ງຊາດ

ປະທານສະພາແຫ່ງຊາດ ແມ່ນ ຫົວໜ້າສູງສຸດຂອງສະພາແຫ່ງຊາດ, ເປັນຜູ້ຊີ້ນຳ ແລະນຳພາວຽກງານຂອງສະພາແຫ່ງຊາດ ທັງເປັນຜູ້ຕາງໜ້າສະພາແຫ່ງຊາດ ໃນການພົວພັນວຽກງານພາຍໃນ ແລະຕ່າງປະເທດ.

ສິດ ແລະ ໜ້າທີ່ຂອງປະທານສະພາແຫ່ງຊາດ

ປະທານສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

01

ເປັນປະທານ ຄະນະປະທານ ກອງປະຊຸມສະພາ ແຫ່ງຊາດ, ປະທານກອງປະຊຸມຄະນະປະຈຳສະ ພາແຫ່ງຊາດ;

02

ຊີ້ນຳ, ນຳພາ ແລະ ຕິດຕາມກວດກາການເຄື່ອນ ໄຫວວຽກງານຂອງ ຄະນະປະຈຳສະພາແຫ່ງຊາດ, ກຳມາທິການ, ຄະນະເລຂາທິການສະພາແຫ່ງ ຊາດ ແລະກົງຈັກທີ່ຄະນະປະຈຳສະພາແຫ່ງຊາດ
ສ້າງຕັ້ງ;

03

ປຶກສາຫາລື, ປະສານສົມທົບວຽກງານສຳຄັນ ຂອງປະເທດຊາດ ກັບປະທານປະເທດ, ນາຍົກ ລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງອື່ນ;

04

ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍ.

ຮອງປະທານສະພາແຫ່ງຊາດ

ຮອງປະທານສະພາແຫ່ງຊາດ ມີໜ້າທີ່ຊ່ວຍປະທານສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຮັບຜິດຊອບວຽກງານໃດໜຶ່ງ, ເປັນຜູ້ວ່າການແທນ, ເປັນປະທານກອງປະຊຸມ ສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຕາມການມອບໝາຍ ຂອງ ປະທານ ສະພາແຫ່ງຊາດ. ຮອງປະທານສະພາແຫ່ງຊາດ ເປັນຄະນະປະທານກອງປະຊຸມສະພາແຫ່ງຊາດ. (ລະບຸໄວ້ໃນມາດຕາ 40 ,41 ແລະ42 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ ສະບັບປັບປຸ່ງປີ 2015)